ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 20:23:19    
ຈຳ​ນວນ​ເງິນ​ຝາກ​ຈາກ​​ແຜ່ນ​ດິນ​ໃຫຍ່​ຈີນ​ໄປ​ສູ່ໄຕ້​ຫວັນ​ເພີ່ມ​ຂຶ້ນ​ປະ​ມານ 252 ​ເທົ່າໃນ 10 ປີ​ທີ່​ຜ່ານ​ມາ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕາມການ​ສະຖິຕິ​ຂອງ​ພາກສ່ວນ​ຄຸ້ມ​ຄອງ​ການ​ທະນາຄານ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ,​ໃນ 10 ປີ​ທີ່​ຜ່ານ​ມາ,ຈຳນວນ​ເງິນ​ຝາກ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​ໄປ​ສູ່​ໄຕ້​ຫວັນ​ໄດ້​ເພີ່ມ​ຂຶ້ນ​ປະມານ 252 ​​ເທົ່າ,ປີ 1996 ​ແມ່ນ 94 ລ້ານ​ໂດ​ລາ,​ເມື່ອ​ຮອດ​ປີ 2005,​ໄດ້​ເພີ່ມ​ຂຶ້ນ​ຮອດ 23 ຕື້ 846 ລ້ານ​ໂດ​ລາ.

ຕາມ​ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ,​ໃນ​ໄລຍະ​ດຽວ​ກັນ​ນີ້,ຈຳ​ນວນ​ເງິນ​ຝາກ​ຈາກ​ໄຕ້​ຫວັນ​ມາ​ຍັງ​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ປະມານ 26 ​ເທົ່າ,ຄືຈາກ 660 ລ້ານ​ໂດ​ລາ​ເມື່ອ​ປີ 1996 ​ເພີ່ມ​ຂຶ້ນ​ຮອດ 18 ຕື້ 184 ລ້ານ​ໂດ​ລາ​ໃນ​ປີ 2005.ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ 10 ປີ​ທີ່​ຜ່ານ​ມາ,ຈຳນວນ​ເງິນ​ທຶນ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​ໄຫຼກັບ​ຄືນ​ສູ່​ໄຕ້​ຫວັນ​ນັ້ນ​ໄດ້​ຫຼາຍ​ກວ່າ​​ເງິນ​ຝາກ​ຈາກ​ໄຕ້​ຫວັນ​ມາ​ຍັງ​ແຜ່ນດິນ​ໃຫຍ່​ຈີນ​ຢ່າງ​ຫຼວງ​ຫຼາຍ.​ເມື່ອວິ​ສາ​ຫະກິດ​ໄຕ້​ຫວັນ​​ໄດ້​ກຳ​ໄລ​ແລ້ວ,​ໄດ້​ຝາກ​ເງິນ​ກັບ​ຄືນ​ສູ່​ໄຕ້​ຫວັນ,​ແຕ່ບໍ່​ແມ່ນ"ຈົກ​ຖົງ​ເງິນໄຕ້​ຫວັນ​ໃຫ້​ໝົດ​ກ້ຽງ"ຫຼື"​​ເງິນ​ເຂົ້າ​ສູ່​ແຜ່ນດິນ​ໃຫຍ່ ​​ແຕ່ໄຕ້​ຫວັນ​ຕິດ​ໜີ້"ດັ່ງ​ຄຳ​ກ່າວ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ພວກ​ທີ່​ຢາກ​ແຍກ​ໄຕ້​ຫວັນ​ອອກ​ເປັນ​ເອກະລາດ.