ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-05 20:45:55    
ໂຮງ​ໝໍ​ສາ​ທາ​ລະ​ນະ​ທີ່​ເກັບ​ຄ່າ​ປິ່ນ​ປົວ​ຖືກ​ຂອງ​ປັກ​ກິ່ງ​(ສຽງ)

cri Author: shuo

ປະ​ຈຸ​ບັນນີ້,​ປະ​ຊາ​ຊົນ​ຈີນ​ພວມ​ປະ​ເຊີນ​ກັບ​ບັນຫາ​ທີ່ວ່າ ຄ່າ​ປິ່ນປົວ​ພະຍາດນັບ​ມື້​ນັບ​ແພງ​ຂຶ້ນ.​ປິ​2005,​ບົດ​ລາຍ​ງານ​ສຳ​ຫຼວດ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຄັ້ງ​ທີ​3​ທີ່​ປະ​ກາດ​​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ໄດ້​ເປີດ​ເຜີຍ​ວ່າ,​ຢູ່​ຈີນ,​ມີ​ປະ​ຊາ​ຊົນ​​ໃນ​ຕົວ​ເມືອງ​ເກືອບ​ເຄິ່ງ​ໜຶ່ງ​​ເປັນ​ພະ​ຍາດ​ແລ້ວ​ບໍ່​ໄປ​ກວດ​ຢູ່​ໂຮງ​ໝໍ,​ແລະ​ມີ​ປະ​ຊາ​ຊົນ​ຕົວ​ເມືອງ​ເກືອບ​30%​​ເປັນ​ພະ​ຍາດ​ໜັກ​ແລ້ວ​ບໍ່​ຢາກ​ນອນ​ໂຮງ​ໝໍ.

ອົງການ​ປົກຄອງ​ທຸກຂັ້ນຂອງ​ຈີນ​ກຳລັງ​ຄົ້ນຄວ້າວິທີ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ​ຢ່າງ​ຕັ້ງ​ໜ້າ.​ປີ 2005,​ອົງ​ການ​ປົກ​ຄອງ​ຄຸ້ມ​ໄຫ​ຕ້ຽນ​ນະ​ຄອນ​ປັກ​ກິ່ງ​ໄດ້​ສ້າງ​ຕັ້ງ​ໂຮງ​ໝໍ​ສາ​ທາ​ລະ​ນະ​ຫຼັງ​ໜຶ່ງ​ທີ່​​​ເກັບ​ຄ່າ​ປິ່ນປົວ​ຖືກ ​ເຊິ່ງ​ເອີ້ນ​ວ່າ​ໂຮງ​ໝໍ​ຊ້າງ​ຕີ້,​ເພື່ອ​ປົວ​ແປງ​ເງື່ອນ​ໄຂ​ປິ່ນ​ປົວ​ພະ​ຍາດ​ຂອງ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລະ​ຜ້ານ​ກາງ.​ໂຮງ​ໝໍ​ຫຼັງ​ນີ້​ໄດ້​​ເລີ່ມ​ບໍ​ລິ​ການ​ມາ​ເກືອບ​ປີ​ໜຶ່ງ​ແລ້ວ,​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ຊາ​ຊົນ​ຕົວ​ເມືອງ​​ໃນ​ແຫ່ງ​ນັ້ນ.​

ນາງ​ເກີ​ມີ​ງອ້ຽນມາ​ຈາກ​ຊົນນະບົດ​ຂອງ​ເມືອງ​ຈົງ​ກິ​ງ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,ຫ້າ​ປີ​ກ່ອນ,​ນາງ​ມາ​ເຮັດ​ວຽກ​ຢູ່​ປັກ​ກິ່ງ,​ເວລາ​ບໍ່​ດົນ,​ນາງ​ກໍ​ຖືກ​ກວດ​ພົບ​ວ່າ​​ເປັນ​ພະ​ຍາດ​ມະ​ເຮັງ​ເລືອດ.​ໃບ​ເກັບ​ເງິນ​ຄ່າ​ປິ່ນ​ປົວ​ທີ່​ໂຮງໝໍ​​ເອົາ​ໃຫ້​ນັ້ນ​ເຮັດ​ໃຫ້​ນາງ​ຮູ້​ສຶກ​ທົນ​ຮັບ​ບໍ່​ໄດ້.​ນາງ​ເວົ້າ​ວ່າ:​"ຂ້ອຍ​ຖາມ​ວ່າ,​ຕ້ອງ​ເສຍ​ເງິນ​ເທົ່າ​ໃດ?​ນາຍ​ໝໍ​ບອກ​ວ່າ,​8​ພັນ​ຢວນ,​ຂ້ອຍ​ໄດ້​ຍິນ​ແລ້ວ​ຕື່ນ ຕົກ​ໃຈ,​ນ້ຳ​ຕາ​ໄຫຼ​ອອກ​ກັບ​ບາດ."

​ນາງ​ເກີ​ມີ​ງອ້ຽນບໍ່​ກ້າ​ໄປ​ໂຮງໝໍ​ອີກ​ຍ້ອນ​ຄ່າ​ປິ່ນປົວ​ທີ່​ແພງ​ຫຼາຍ,​ມີ​​ແຕ່​ອາ​ໄສ​ການ​ອ່ານ​ປື້ມ​ກ່ຽວ​ກັບ​ມະ​ເຮັງ​ເລື​ອດ​ໃນ​​ເຮືອນ.​ເມື່ອ​ເວ​ລາ​ຜ່ານ​ໄປ​ສອງ​ປີ​​ແລ້ວ,​ອາ​ການ​ພະ​ຍາດ​ຂອງ​ນາງ​ໜັກ​ໜ່ວງ​ກວ່າ​ເກົ່າ​​.​ເວລາ​ນັ້ນ,​ນາງ​ເກີ​ມີ​ງອ້ຽນ​ໄປ​ໂຮງ​ໝໍ​ອີກ,​ແຕ່​ຄ່າ​ປິ່ນ​ປົວ​ໄດ້​​ແພງ​ກວ່າ​ສອງ​ປີ​ຜ່ານ​ມາ​ນັ້ນ​ອີກ.​ນາງ​ເວົ້າ​ວ່າ:​"ນາຍ​ໝໍ​ບອກ​ວ່າ,​ຕ້ອງ​ກຽມ​ເງິນ​3​ໝື່ນ​ຢວນ​ເພື່ອ​ນອນ​ຢູ່​ໂຮງ​ໝໍ,​ເວ​ລາ​ນັ້ນ,​ຂ້ອຍ​​ໄດ້​ຍິນ​ແລ້ວ​ກໍ​ເວົ້າ​ກັບ​ຕົນ​ເອງວ່າ,​ເມືອ​ບ້ານ​ດີກ​ວ່າ,ບໍ່​ຕ້ອງ​ປົວ​ມັນ​ລະ,​ໄປ​ຫາ​ເງິນ​ຫຼາຍ​ປານ​ນັ້ນ​​ມາ​ແຕ່​ໃສ?"

ອາການພະຍາດ​ຂອງ​ນາງ​ເກີ​ມີງ​ອ້ຽນ​ໜັກ​ໜ່ວງ​ຂຶ້ນ​ເລື່ອຍໆ.​ດຽວ​ນີ້,​ມີ​ແຕ່​ການ​ຜ່າ​ຕັດ​ປ່ຽນ​ໄຂ​ຄໍ່​ຈຶ່ງ​ຈະ​ກູ້​ຊີ​ວິດ​ຂອງ​ນາງ​ໄດ້.​​ເປັນ​ແຕ່​ບຸນ,​ນ້ອງ​ຊາຍ​ຂອງ​ນາງ​ມີ​ຈຸ​ລັງ​ລຳ​ຕົ້ນ​ສ້າງ​ເລືອດ​ທີ່​ເໝາະ​ກັບ​ນາງ,​ແລະ​ມີ​ແຕ່​ນາງ​ເກີ​ມີງ​ອ້ຽນ​ໄດ້​ຮັບ​ການ​ຜ່າ​ຕັດ​ປ່ຽນ​ໄຂ​ຄໍ່​ເທົ່າ​ນັ້ນ,​ຈຶ່ງ​ມີ​ໂອ​ກາດ​ທີ່​ມີ​ຊີ​ວິດ​ຕໍ່​ໄປ.​ແຕ່​ວ່າ,​ຄ່າ​ປິ່ນ​ປົວ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ເທົ່າ,​ຕ້ອງ​ການ​4​ຫາ​5​ແສນ​ຢວນ.

ຫຼາຍຄົນກໍ່ມີ​ປະສົບ​ການ​ຄື​ກັນ​ກັບ​ນາງ​ເກີ​ມີ​ງອ້ຽນ:​ໃນ​ຍາມ​​ເປັນພະຍາດ,ບໍ່​ໄດ້​ໄປ​ກວດ​ຢູ່​ໂຮງ​ໝໍ​​ແຕ່​ຫົວ​ທີ,​ເຮັດ​ໃຫ້​ອາ​ການ​ພະ​ຍາດ​ຄ່ອຍໆ​ໜັກ​ລົງ,​ໃນ​ທີ່​ສຸດ,​ຕ້ອງ​ເສຍ​ເງິນ​ຫຼາຍ​ພິ​ລຶກ​​ເພື່ອ​ປິ່ນ​ປົວ​ພະ​ຍາດ.​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຫຼີກ​ເວັ້ນ​ບໍ່​​ໃຫ້​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ຕໍ່​ໄປ?​ທ່ານ​ຢູ​ສຽວ​ຊິ່ນ ຜູ້​ລິ​ເລີ່​ມຜູ້​ໜຶ່ງ​ຂອງ​ໂຮງ​ໝໍ​ຊ້າງ​ຕີ້​ບອກ​ນັກ​ຂ່າວ​ວ່າ,​ອົງ​ການ​ປົກ​ຄອງ​ສ້າງ​ຕັ້ງ​ໂຮງ​ໝໍ​ສາ​ທາ​ລະ​ນະ​ທີ່​ເກັບ​ຄ່າ​ປິ່ນ​ປົວ​ຖືກ​ຕໍ່​ປະ​ຊາ​ຊົນ,​ມີ​ຈຸດ​ປະ​ສົງ​ສະ​ໜອງ​ສິ່ງ​ຄ້ຳ ປະ​ກັນ​ການ​ປິ່ນ​ປົວ​ພະ​ຍາດ​ອັນ​ພື້ນ​ຖານ​ໃຫ້​​ແກ່​ປະ​ຊາ​ຊົນ​ໃນ​​ຕົວ​ເມືອງ,​ເຮັດ​ໃຫ້​ຄົນ​ທຸກ​ຍາກ​ກໍ່​ສາ​ມາດ​ປົວ​ພະ​ຍາດ​ໄດ້.

​ເພື່ອ​ຈຸດປະສົງ​ດັ່ງກ່າວ,ປີ2005,ທ່ານ​ຢູສຽວ​ຊ່ຽນ ຫົວໜ້າ​ພະ​ແນ​ກ​ສາທາລະນະ​ສຸກ​ຄຸ້ມ​ໄຫ​ຕ້ຽນ​ໃນ​ຄາວ​ນັ້ນ​ກັບ​ທ່ານ​ອື່ນໆ​ໄດ້​ລິ​ເລີ່ມ​ສ້າງ​ຕັ້ງ​ໂຮງ​ໝໍ​ຊ້າງ​ຕີ້ ​ໂຮງໝໍ​ສາ​ທາ​ລະ​ນະ​ທີ່​ເກັບ​ຄ່າ​ປິ່ນ​ປົວ​ຖືກ​ຫຼັງທຳ​ອິດ​ຂອງ​ປັກ​ກິ່ງ.​ໂຮງ​ໝໍ​ໃໝ່​ຫຼັງ​ນີ້​ຕັ້ງ​ຢູ່​ຄຸ້ມ​ໄຫ​ຕ້ຽນ​ຂອງ​ປັກ​ກິ່ງ,​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ອ່າວ​ຄົບ​ຖ້ວນ,​ຢູ່​ແຫ່ງ​ນີ້,​ມີ​ຫຼາຍ​ໂຮງ​ໝໍ​ມີ​ມາດ​ຕະ​ຖານ​ສາ​ກົນ,​ແຕ່​ຄ່າ​ປິ່ນ​ປົວ​ພະ​ຍາດ​ທີ່​ແພງ​ພິ​ລຶກ,​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ຫຼາຍ​ແສນ​ຄົນ​ແລະ​ຜູ້​ທຸກ​ຍາກ​ໃນ​ຕົວ​ເມືອງ​ໜຶ່ງ​ໝື່ນ​ກວ່າ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ບໍ​ລິ​ເວນ ນີ້​ທົນ​ຮັບ​ບໍ່​ໄດ້.

​ແນວ​ຄິດ​ທຸລະ​ກິດ​ຂອງ​ໂຮງໝໍ​ຊ້າງ​ຕີ້​ຕ່າງກັນ​ກັບ​ໂຮງໝໍ​ສາທາລະນະ​ແບບ​ທຳ​ມະ​ດາ.​ທຳ​ມະ​ດາ​ແລ້ວ,​ອົງ​ການ​ປົກ​ຄອງ​ລົງ​ທຶນ​ໜ້ອຍ​ທີ່​ສຸດ​ຕໍ່​ໂຮງ​ໝໍ​ສາ​ທາ​ລະ​ນະ,​ຄື ລາຍ​ຈ່າຍ​90%​ຕ້ອງ​ໄດ້​ມາ​ຈາກ​ຄົນ​ປ່ວຍ,​ສະ​ນັ້ນ​ໂຮງໝໍ​ຕ້ອງດຳ​ເນີນ​ທຸ​ລະ​ກິດ​ຕາມ​ກົນ​ໄກ​ຕະ​ຫຼາດ.​ແຕ່​ໂຮງ​ໝໍ​ຊ້າງ​ຕີ້​ໄດ້​ທົດ​ລອງ​ເສັ້ນ​ທາງ​ທີ່​ຕ່າງ​ໝູ່,ຄື ​ໃນ​ໂຮງ​ໝໍ​ໃໝ່​ຫຼັງ​ນີ້,​ບໍ່​ພຽງ​ແຕ່​ລາຍ​ໄດ້​ຂອງ​ນາຍ​ໝໍ​ຈ່າຍ​ໂດຍ​ການ​ເງິນ​ສາ​ທາ​ລະ​ນະ​ໂດຍ​ກົງ​ເທົ່າ​ນັ້ນ,​ຕົ້ນ​ທຶນ​ຄົງ​ທີ່​ທັງ​ໝົດ ຕົວ ຢ່າງ​ຄື​ຄ່າ​ເຊົ່າທີ່​ດິນ ອຸ​ປະ​ກອນ​ປິ່ນປົວ​ພະ​ຍາດ​ເປັນ​ຕົ້ນ​ລ້ວນ​ແຕ່​ຈ່າຍ​ໂດຍ​ອົງ​ການ​ປົກ​ຄອງ,​ບໍ່​ຕ້ອງ​ໃຫ້​ໂຮງ​ໝໍ​ຊອກ​ຫາ​ເອງ.

ຍ້ອນ​ມີ​ການ​ເກື້ອກູນ​ຈາກ​ອົງການ​ປົກຄອງ,​ເຮັດ​ໃຫ້​ຄ່າ​ສາ​ລະ​ພັດ​ຂອງ​ໂຮງໝໍ​ຊ້າງ​ຕີ້​ຖືກ​ກວ່າ​ໂຮງ​ໝໍ​ອື່ນໆ.​ພາຍ​ຫຼັງ​ໂຮງ​ໝໍ​ຊ້າງ​ຕີ້​ເລີ່ມ​ບໍ​ລິ​ການ​​ໄດ້​ສີ່​ເດືອນ,​ຕຽງ​ຄົນ​ເຈັບ​ກໍ​ບໍ່​ພໍ,​ເພາະ​ວ່າ​ມີ​ຄົນ​ເຈັບ​ນັບ​ມື້​ນັບ​ຫຼາຍ​ມາ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ຫຼັງ​ນີ້,​ໃນ​ນັ້ນ​ມີ​ຫຼາຍ​ຄົນ​ແມ່ນ​ຍ້າຍ​ມາ​ຈາກ​ໂຮງ​ໝໍ​ທີ່​ມີ​ຊື່​ສຽງ​ຂອງ​ຄຸ້ມ​ໄຫ​ຕ້ຽນ.​ພະ​ແນກ​ທີ່​ມີ​ຄົນ​ຫຼາຍ​ກວ່າ​ໝູ່​ແມ່ນ​ພະ​ແນ​ກ ປະ​ດຸງ​ຄັນ,​ພາຍ​ຫຼັງ​ໂຮງ​ໝໍ​ປະ​ກາດ​ຮັບ​ໃຊ້​ປະ​ຊາ​ກອນ​ເຄື່ອນ​ທີ່​​ແລ້ວ,​ພຽງ​ແຕ່​ສີ່​ເດືອນ,​ຈຳ​ນວນ​ເດັກ​ເກີດ​ໃໝ່​ຢູ່​ໂຮງ​ໝໍ​ຊ້າງ​ຕີ້​ກໍ​ໄດ້ຫຼາຍ​ເປັນ​ທີ​ສອງ​​ໃນ​ຄຸ້ມ​ໄຫ​ຕ້ຽນ.

ອົງການ​ປົກຄອງ​ຄຸ້ມ​ໄຫ​ຕ້ຽນປັກ​ກິ່ງ​ໄດ້​ຕົກລົງ​ວ່າ,ຖ້າວ່າ​ໂຮງໝໍ​ສາ​ທາ​ລະ​ນະ​ທີ່​ບໍ່​ມີກຳ​ໄລ​ຫຼັງ​ນີ້​ດຳ​ເນີນ​ວຽກ​ງານ​ໄປ​ຢ່າງ​ສະ​ດວກ,​ຄຸ້ມ​ໄຫ​ຕ້ຽນ​ຈະ​ຕັ້ງ​ໂຮງ​ໝໍ​ເກັບ​ຄ່າ​ຖືກ​ອີກ​ຕື່ມ​ສອງ​ຫຼັງ​ຕາມ​ຮູບ​ແບບ​ດັ່ງ​ກ່າວ,​ໂຮງ​ໝໍ​ສອງ​ຫຼັງ​ນີ້​ຈະ​ບໍ​ລິ​ການ​ຄົນ​ຕ່າງ​ຖິ່ນ​ທີ່​ມາ​ເຮັດ​ວຽກ​ຢູ່​ປັກ​ກິ່ງ​ແລະ​ປະ​ຊາ​ຊົນ​ຜູ້​ມີ​ລາຍ​ໄດ້​ຕ່ຳ.​ແຜນ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຢຶນຢັນ​ແລະ​ສະ​ໜັບ​ສະ​ໜູນ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ,​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ​ພວມ​ທົດ​ລອງ​ສ້າງ​ຕັ້ງ​ໂຮງ​ໝໍ​ແບບ​ນີ້.

ຄຽງ​ຄູ່​ກັບ​ຈຳນວນ​ຄົນ​ເຈັບ​ທີ່​ມາ​ປົວ​ພະຍາດ​ຢູ່​ໂຮງໝໍ​ຊ້າງ​ຕີ້​ເພີ່ມ​ຂຶ້ນ,ບາງ​ຄົນ​ເປັນ​ຫ່ວງ​ວ່າ ຖ້າ​ວ່າ​ໂຮງ​ໝໍ​ບໍ່​ໄດ້​ກຳ​ໄລ​ຈາກ​ຄົນ​ເຈັບ,​ໂຮງໝໍ​ຍັງ​ຈະຄົງ​ຕົວ​ຢູ່​ໄດ້ບໍ່?​ໂຮງ​ໝໍ​ຫຼັງ​ນີ້​ຈະ​ດຳ​ເນີນ​ວຽກ​ງານ​ໄປ​ໄດ້​ດົນ​ປານ​ໃດ.​ກ່ຽວ​ກັບ​ຄວາມ​​ເປັນ​ຫ່ວງ​ດັ່ງ​ກ່າວ,​ທ່ານ​ນາງ​ວາງ​ລີງ ຫົວ ໜ້າ​ໂຮງ​ໝໍ​ຊ້າງ​ຕີ້​ກ່າວ​ວ່າ,​ພາຍ​ຫຼັງ​ຕົ້ນ​ທຶນ​ຄົງ​ທີ່​ຂອງ​ໂຮງ​ໝໍ​ຊ້າງ​ຕີ້​ຈ່າຍ​ໂດຍ​ການ​ເງິນ​ອົງ​ການ​ປົກ​ຄອງ​ແລ້ວ,​ເຫຼືອ​ແຕ່​ຕົ້ນ​ທຶນ​ໝູນ​ວຽນ​ຈຳ​ນວນ​ໜຶ່ງ ຄື ຄ່າ​ນ້ຳ ຄ່າ​ໄຟ​ຟ້າ​ເປັນ​ຕົ້ນ​ເທົ່າ​ນັ້ນ,​ໂດຍ​ຄຽງ​ຄູ່​ກັບ​ຄົນ​ເຈັບ​ເພີ່ມ​ຫຼາຍ​ຂຶ້ນ,​ພາ​ວະ​ຫາບ​ແບກ​ຂອງ​ໂຮງ​ໝໍ​ຈະ​ຜ່ອນ​ເບົາ​ລົງ​ຄື​ກັນ."​ເມື່ອ​ມີ​1​ພັນ​ຮອດ​1500​ຄົນ​ມາ​ປົວ​ພະ​ຍາດ​ທຸກ​ມື້​ແລ້ວ,​ໂຮງໝໍ​ພວກ​ເຮົາ​ກໍ​ຈະ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ໄດ້."

ຕາມ​ການສະ​ເໜີ,ປະຈຸບັນ​ນີ້,​ໂຮງໝໍ​ຊ້າງ​ຕີ້​ຍັງ​ແມ່ນ​ໂຮງ​ໝໍ​ຊັ້ນ​ສອງ,​ຍັງ​ບໍ່​ມີ​ຄວາມ​ສາ​ມາດ​ກອບ​ກູ້ ປິ່ນ​ປົວ​ພະ​ຍາດ​ຮ້າຍ​ແຮງ​ຈຳ​ນວນ​ໜຶ່ງ​ໄດ້​ເທື່ອ,​ແຕ່​ໃນ​ຕໍ່​ໄປ,​ໃນ​ໂຮງ​ໝໍ​ຊັ້ນ​ສາມ ​ເຊິ່ງ​ເປັນ​ໂຮງ​ໝໍ​ທີ່​ມີ​ລະ​ດັບ​ສູງ​ກວ່າ​ຊັ້ນ​ສອງ​ນັ້ນ​ກໍ​ຈະ​ມີ​ໂຮງ​ໝໍ​ເກັບ​ຄ່າ​ຖືກ​ຫຼື​ຕຽງ​ຄົນ​ເຈັບ​ລາ​ຄາ​ຖືກ,​ການ​ເງິນ​ສາ​ທາ​ລະ​ນະ​ຈະ​ລົງ​ທຶນ​ຫຼາຍ​ກວ່າ​​ເກົ່າ​ໃນ​ບັນ​ຫາ​ປົວ​ພະ​ຍາດ​ຂອງ​ປະ​ຊາ​ຊົນ​ຜູ້​ມີ​ລາຍ​ໄດ້​ຕ່ຳ.