ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 17:21:16    
ປັດ​ຈຸ​ບັນ ຈີນ​ບໍ່​ມີ​ຜູ້​ເປັນ​ໄຂ້​ຫວັດ​ສັດ​ປີກ​ຜູ້​ໃໝ່

cri

ຕາມ​ຂ່າວ​CRI: ວັນ​ທີ10​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ມາວ​ຊຸນ​ອ່ານ ​ໂຄສົກ​ກະຊວງ​ສາທາ​ລະນະ​ສຸກ​ຈີນກ່າວ​ວ່າ,ປັດຈຸ​ບັນ,ຈີນບໍ່​ມີ​ຜູ້​ເປັນ​ໄຂ້ຫວັດ​ສັດ​ປີກ​ຜູ້​ໃໝ່.

ຄຽງ​ຄູ່ກັບລະດູ​ໃບ​ໄມ້​ຫຼົ່ນ​ແລະ​ລະດູ​ໜາວວຽນມາ​ເຖິງ,​​ໄຂ້ຫວັດ​ສັດ​ປີກ​ໄດ້​ເຂົ້າ​ສູ່​ລະດູມັກ​ເກີດ​ງ່າຍ.ນັບ​ແຕ່​ທ້າຍ​ເດືອນ​ກັນຍາ​ມາ​ນີ້,​ເຂດ​ນີງ​ເຊ້ຍ​,​ເຂດ​ມົງ​ໂກ​​ໃນ​ເປັນ​ຕົ້ນ​ຂອງ​ຈີນ​ກໍ່​ໄດ້​ເກີດມີ​ໄຂ້​ຫວັດ​ສັດ​ປີກຫຼາຍ​​ສົມ​ຄວນ.ທ່ານ​ມາວ​ຊຸນ​ອ່ານ​ກ່າວ​ວ່າ,ອີງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວ​ຂ້ອງ,ພາກ​ສ່ວນ​ສັດ​ຕະວະ​ແພດ​ລ່ວນ​ແຕ່​​ໄດ້​ໃຊ້​ມາດ​ຕະການ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ,ປ້ອງ​ກັນ​ບໍ່​ໃຫ້​ຄົນ​ຕິດ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ,ກະ​ຊວງ​ສາທາ​ລະນະ​ສຸກ​ກໍ່​ໄດ້ສົ່ງ​ໜ່ວຍ​ຜູ່​ຊ່ຽວຊານ​ໄປ​ແຫ່ງ​ຕ່າງໆ​ເພື່ອ​ຊີ້​ນຳ​ແລະ​ກວດ​ກາ,ໜ່ວຍ​ຜູ່​ຊ່ຽວ​ຊານ​ໄດ້​ຢັ້ງຢືນ​​ວຽກ​ງານ​ປ້ອງ​ກັນ​ພະຍາດ​ຂອງ​ເຂດ​ເຫຼົ່າ​ນີ້ວ່າ​ເຮັດ​​ໄດ້​ດີ.