ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 21:12:41    
ເວທີ​ປາ​ໄສ​ຂັ້ນ​ສູງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 10 ຕຸລາ,ເວທີ​ປາ​ໄສ​ຂັ້ນສູງເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເປັນ​ເວລາ​ມື້ໜຶ່ງ.

ຫົວ​ຂໍ້​ຕົ້ນຕໍ​ຂອງ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ:"ຈີນ​ກັບ​ອາ​ຊຽນ:​ໂອກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື".​ເອກ​ອັກຄະ​ລັດຖະ​ທູດ​ປະຈຳ​ຈີນ​ຂອງ 9 ປະ​ເທດ​ອາຊີ​ອະຄະ​ເນ ​​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ລັດ​ຖະບານ​ຈີນ ຜູ້ນຳ​ວົງ​ການ​ທຸລະ​ກິດ ຜູ້​ຊ່ຽວຊານ​ແລະ​ນັກ​ຂ່າວ​ສື່​ມວນ​ຊົນ​ເປັນ​ຕົ້ນ​ປະມານ 170 ຄົນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້.ຜູ້​ຮ່ວມ​ປະຊຸມ​​ໄດ້​ແລກປ່ຽນ​​ແລະ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ສະພາບ​ປະຈຸ​ບັນ​ແລະ​ການ​ຂະຫຍາຍຕົວ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​​ແລະ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ພາຍ​ຫຼັງຈີນ​ກັບ​ອາ​ຊຽນ​ໄດ້​​ເປີດ​ຕະຫຼາດແລ້ວ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປາ​ໄສ​ດັ່ງກ່າວ,ທ່ານ​ອີນຈົ່ງ​ຮວາ ຮອງ​ຫົວໜ້າ​ກົມ​ສາກົນ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ,ບໍ່​ພຽງ​ແຕ່​ຈະ​ຊຸກຍູ້ເສດຖະກິດ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ໃຫ້​ພັດທະນາ​ຢ່າງ​ຫຼວງ​ຫຼາຍ​ແລະ​ຍົກ​ລະດັບ​ການ​ພົວພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ​ເທົ່າ​ນັ້ນ,ຍັງ​ຈະ​ຊຸກຍູ້​ຂະ​ບວນວິວັດ​ເຊື່ອມ​ໂຍງເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໃຫ້​ເປັນ​ເອກະ​ພາບ​ກັນ,​ແລະ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.