ຕາມຂ່າວcri: ກອງປະຊຸມຄົບຄະນະຄັ້ງທີ 6 ຂອງສູນກາງພັກກອມມູນິດຈີນສະໄໝທີ 16 ໄດ້ພິຈາລະນາແລະຜ່ານ"ມະຕິຕົກລົງຂອງສູນກາງພັກກອມມູນິດຈີນກ່ຽວກັບບັນຫາສຳຄັນຈຳນວນໜຶ່ງໃນການສ້າງສາສັງຄົມສັງຄົມນິຍົມທີ່ກົມກຽວກັນ".ວັນທີ12 ຕຸລາ,ສື່ມວນຊົນຮົງກົງມາກາວພາກັນພິມບົດວິຈານ,ໄດ້ຕີລາຄາສູງຕໍ່ມະຕິຕົກລົງທີ່ກອງປະຊຸມຄັ້ງນີ້ຮັບຮອງ.
ບົດວິຈານຂອງໜັງສືພິມຕ້າກົ່ງປ້າວຮົງກົງຊີ້ອອກວ່າ,ມະຕິຕົກລົງທີ່ກອງປະຊຸມຄັ້ງນີ້,ແມ່ນມາດຕະການຍຸດທະສາດສຳຄັນເພື່ອເພີ່ມທະວີຄວາມສຸກຂອງທົ່ວປວງຊົນ,ສ້າງສາສັງຄົມທີ່ທ່ຽງທຳແລະຍຸດຕິທຳ,ແລະບັນລຸການພັດທະນາແບບຍຶນຍົງຂອງເສດຖະກິດສັງຄົມ.ສູນກາງພັກກອມມູນິດຈີນທຳການຈັດວາງສຳຄັນຕໍ່ການສ້າງສາສັງຄົມທີ່ກົມກຽວກັນນັ້ນ,ສອດຄ່ອງກັບສະພາບແຫ່ງຊາດແລະປະຊາມະຕິ.
ບົດວິຈານຂອງໜັງສືພິມເຫວີນຮຸ້ຍປ້າວຂອງຮົງກົງຊີ້ອອກວ່າ,ການສ້າງສັງຄົມທີ່ກົມກຽວກັນສອດຄ່ອງກັບຄວາມສຸກກົກຮາກຂອງພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນແລະຮົງກົງມາກາວ."ມະຕິຕົກລົງ"ທີ່ກອງປະຊຸມຄັ້ງນີ້ຜ່ານນັ້ນມີຄວາມໝາຍສຳຄັນຕໍ່ການຊຸກຍູ້ໃຫ້ຮົງກົງມາກາວກັບແຜ່ນດິນໃຫຍ່ຢູ່ຮ່ວມກັນຢ່າງກົມກຽວກັນພາຍໃຕ້"ໜຶ່ງປະເທດ ສອງລະບອບ",ແລະຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໄຕ້ຫວັນເພີ່ມທະວີການແລກປ່ຽນແລະຮ່ວມມື,ບັນລຸການທ້ອນໂຮມເຂົ້າເປັນເອກະພາບກັນໂດຍສັນຕິ.
ໜັງສືພິມພາສາຈີນເຊັ່ນໜັງສຶພິມລາຍວັນມາກາວແລະໜັງສືພິມຊິນຮວາໂອ້ປ້າວທີ່ມາກາວພິມຈຳໜ່າຍໃນວັນທີ12 ຕຸລາກໍ່ພາກັນພິມບົດວິຈານ,ຕີລາຄາສູງຕໍ່"ມະຕິຕົງລົງ"ສະບັບນີ້.
|