ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-16 18:14:21    
ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໂດຍ​ສັນ​ຕິ​ດ້ວຍ​ການ​ສົນ​ທະ​ນາ​​ແລະ​ການ​ເຈ​ລະ​ຈາ

cri
ຕາມ​ຂ່າວCRI, ວັນ​ທີ15​ຕຸລາຢູ່​​ປັກ​ກິ່ງ,​ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ເດັດດ່ຽວ​ຄັດ​ຄ້ານ​ສປປ​ເກົ​າຫຼີ​ດຳ​ເນີນ​ການ​ທົດ​ລົງ​ນິວ​ເຄຼຍ,​ຍຶດ​ໝັ້ນ​ເປົ້າ​ໝາຍ​ທີ່​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ,​ຄັດຄ້ານ​ການ​ແຜ່​ຜາຍ​ອາວຸດ​ນິວ​ເຄຼຍ,​ມີ​ເຈດ​ຈຳນົງ​ໃຫ້ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໂດຍ​ສັນຕິ​ດ້ວຍ​ການ​ສົນທະນາ​ແລະ​ການ​ເຈລະ​ຈາ,​ຮັກສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ກໍ​ຄື​ຂອງ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.

ວັນ​ທີ15ຕຸລາ,​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ໄດ້​ເປັນ​ເອກະ​ສັນ​ກັນ​ຮັບ​ຮອງ​ມະຕິ​ເລກ​ທີ​1718​ກ່ຽວ​ກັບ​ບັນຫາ​ສປປ​ເກົາຫຼີ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ລິວ​ຈ້ຽນ​ຊ່າວ​ກ່າວ​ວ່າ,​ຈີນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່າງ​ມະຕິ​ດັ່ງກ່າວ​ໃນ​ສະພາ​ຄວາມ​ໝັ້ນຄົງ.​ຈີນ​ມີ​ເຈດ​ຈຳ​ນົງ​ວ່າ,​ການ​ກະທຳ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ອັນ​ໜຽວ​ແໜ້ນ​ຂອງ​ປະຊາ​ຄົມ​ໂລກ,​ທັງ​ຄວນ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ແກ້​ໄຂ​ບັນ​ຫາ​ໂດຍ​ສັນຕິ​ດ້ວຍ​ການ​ສົນ​ທະນາ​ແລະ​ການ​ເຈລະ​ຈາ.​ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້​ແລະ​ໃຈ​ເຢັນໆ,​ພ້ອມ​ກັນ​ສະ​ກັດ​ກັ້ນ​ບໍ່​ໃຫ້​ສະຖາ​ນະ​ການ​ຊຸດ​ໂຊມ​ລົງ​ກວ່າ​ເກົ່າ,​ແລະ​ສ້າງ​ໂອ​ກາດ​ໃຫ້​ຈັດ​ການ​ເຈລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ.