ເອກອັກຄະລັດຖະທູດລາວປະຈຳຈີນຫວັງໃຫ້ກອງປະຊຸມສຸດຍອດລະລຶກຂອງຈີນອາຊຽນຈົ່ງສະເໜີມາດຕະການໃໝ່ທີ່ເຮັດໃຫ້ການຮ່ວມມືກ້າວສູ່ລວງເລິກ
cri
ຕາມຂ່າວສານຊີນຮວາ, ວັນທີ16ຕຸລາຢູ່ທີ່ປັກກິ່ງ,ໃນເວລາໃຫ້ສຳພາດຕໍ່ນັກຂ່າວ,ທ່ານວິຈິດ ຊິນດາວົງ ເອກອັກຄະລັດຖະທູດລາວປະຈຳຈີນກ່າວວ່າ, ໃນກອງປະຊຸມລະລຶກການສ້າງເປັນປະເທດຄູ່ເຈລະຈາຈີນອາຊຽນທີ່ໃກ້ຈະຈັດຂຶ້ນນັ້ນ,ຫວັງໃຫ້ຜູ້ນຳຈີນອາຊຽນຈະສະເໜີມາດຕະການໃໝ່ທີ່ຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນຕື່ມອີກ,ເພື່ອນຳເອົາຜົນປະໂຫຍດຕົວຈິງຫຼາຍກວ່າເກົ່າໃຫ້ປະຊາຊົນສອງຝ່າຍ.
ທ່ານວິຈິດເຫັນວ່າ,ໃນ15ປີທີ່ຜ່ານມາ,ອາຊຽນແລະຈີນໄດ້ຮັບໝາກຜົນທີ່ໜ້າເພິ່ງພໍໃຈໃນການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ.ເມື່ອເບິ່ງອະນາຄົດແລ້ວເຫັນວ່າ,ສອງຝ່າຍຄວນສືບຕໍ່ປັບປຸງແລະເພີ່ມທະວີການຮ່ວມມືໃນດ້ານການເມືອງ ເສດຖະກິດການຄ້າ ຄວາມປອດໄພແລະວຽກງານສາກົນກໍຄືພາກພື້ນ.
ທ່ານຍັງກ່າວວ່າ,ຫວັງໃຫ້ລາວແລະຈີນຈົ່ງມີການແລກປ່ຽນແລະການຢ້ຽມຢາມກັນຫຼາຍກວ່າເກົ່າ,ເປີດກວ້າງຊ່ອງທາງການຄ້າສອງຝ່າຍດ້ວຍຮູບການເຂົ້າຮ່ວມກອງປະຊຸມສຳມະນາແລະງານວາງສະແດງເປັນຕົ້ນ.
|
|