|
|
(GMT+08:00)
2006-10-18 18:49:51
|
ມູນຄ່າຂໍ້ຜູກພັນຂອງງານເອັກສ໌ໂປຈີນອາຊຽນຄັ້ງທີ3ຫຼາຍກວ່າຄັ້ງທີ2
cri
ຕາມຂ່າວສານຊີນຮວາ,ຮອດດຽວນີ້,ມູນຄ່າຂໍ້ຜູກພັນຂອງງານວາງສະແດງສິນຄ້າ"ເອັກສ໌ໂປ"ຈີນອາຊຽນຄັ້ງທີ3ໄດ້ບັນລຸ16ຕື້600ລ້ານໂດລາ,ຫຼາຍກວ່າຄັ້ງທີແລ້ວ6ຕື້400ລ້ານໂດລາ.
ເພື່ອເຮັດໃຫ້ກິດຈະກຳເສດຖະກິດການຄ້າຂອງງານຄັ້ງນີ້ມີປະສິດທິຜົນຫຼາຍກວ່າເກົ່າ,ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ດຳເນີນການເຄື່ອນໄຫວຊຸກຍູ້ການລົງທຶນ,ເພື່ອຍົກອິດທິພົນໃຫ້ສູງຂຶ້ນແລະເຮັດໃຫ້ກຳລັງດຶງດູດຂອງງານເອັກສໂປຈີນອາຊຽນແຂງແຮງຂຶ້ນ.ໃນໂຄງການສະເໜີໃໝ່ທີ່ໄດ້ຮັບໃນງານເອັກສໂປຄັ້ງນີ້, ມີ294ໂຄງການທີ່ຈີນຮ່ວມມືກັບຕ່າງປະເທດ,ໂຄງການດຶງດູດນັກທຸລະກິດມາລົງທຶນມີ6765ໂຄງການ,ປະເທດອາຊຽນມີ501ໂຄງການ.
ງານເອັກສໂປຈີນອາຊຽນຄັ້ງທີ3ຈະຈັດຂຶ້ນຢູ່ເມືອງນານນິງຂອງເຂດກວາງຊີຈີນແຕ່ວັນທີ31ຕຸລາຮອດວັນທີ3ພະຈິກປີນີ້,ມີ4ຫົວຂໍ້,ຄືການຄ້າສິນຄ້າ ການລົງທຶນແລະການຮ່ວມມື ເຕັກນິກທີ່ກ້າວໜ້າດ້ານກະສິກຳແລະການທ່ອງທ່ຽວ.
|
|
|