ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 17:33:07    
ທ່ານ​ຫຼີ​ຈ້າວ​ຊີ່ງ​ຮຽກ​ຮ້ອງ​​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ເພື່ອ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່

cri

ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ20​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫຼີ​ຈ້າວ​ຊີ່ງ ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ເຈ​ລະຈາ​ກັບນາງ​ຄອນ​ໂດ​ລີ​ຊາ ໄຣສ໌ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ມາ​ຢາມ,ສອງຝ່າຍໄດ້​​ແຈ້ງ​ຫຼັກ​ໝັ້ນ​ແລະ​ເຈດ​ຈຳນົງ​ຂອງ​ຕົນໃນ​ບັນຫາ​ນິວເຄຼຍ​ແຫຼ​ມ​ເກົາຫຼີ​​ໃຫ້​ກັນຊາບ.ທ່ານ​ຫຼີ​ຈ້າວ​ຊີ່ງຮຽກ​ຮ້ອງ​​ໃຫ້​ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງຈົ່ງ​ດຳ​ເນີນ​ງານ​ຢ່າງ​ຕັ້ງ​ໜ້າ​ເພື່ອຈັດການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່.

ທ່ານ​ເວົ້າ​ວ່າ,ການ​ແກ້​ໄຂ​ບັນຫາ​ນິ​ວ​ເຄຼຍ​ແຫຼ​ມ​ເກົາຫຼີ​ຕ້ອງ​ເລັງ​​ໃສ່ໄລຍະ​ຍາວ​ໄກ,ຝ່າຍ​ຕ່າງໆ​ຄວນຮັບຜິດ​ຊອບໜ້າ​ທີ່​ທາງ​ການ​ເມືອງ,​ເສີມ​ຂະຫຍາຍ​ສະຕິ​ປັນຍາທາງ​ການ​ເມືອງ,​​ແກ້​ໄນ​ສະຖານະ​ການ​ແຫຼມ​ເກົາ​ຫຼີ​,ຕະຫຼອດ​ຮອດ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອຢ່າງ​ສຸຂຸມ​ຮອບ​ຄອບແລະ​ໝັ້ນ​ທ່ຽງ.

ນາງ​ໄຣສ໌ກ່າວ​ຢ້ຳວ່າ,ຝ່າຍ​ອາ​ເມ​ລິ​ກາ​ຫວັງ​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼ​ມ​ເກົາຫຼີ​​ໂດຍ​ຜ່ານ​ວິຖີ​ທາງ​ການ​ທູດ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບບັນ​ຫາ​ນິວ​ເຄຼຍຂອງ​ອີຣານ​ແລະ​ບັນຫາ​ເຂດດາ​ຟູຂອງ​ປະ​ເທດຊູດັງ.