ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-20 18:51:24    
ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ກັບ​ນາງ​ຄອນ​ໂດ​ລີ​ຊາ ໄຣສ໌

cri

ຕາມ​ຂ່າວCRI:ວັນ​ທີ20​ຕຸລາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ​ ປະທານ​ປະ​ເທດ​ຈີນໄດ້ພົບ​ປະກັບ​ນາງຄອນ​ໂດ​ລີ​ຊາ ໄຣສ໌ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາທີ່​ມາ​ຢາມ.

ໃນ​ເວລາ​ພົບ​ປະ,ທ່ານ​ຫູ​ຈິ​ນທາວ​ເວົ້າ​ວ່າ,ຫວ່າງ​ມໍ່​ໆ​ນີ້,​ທ່ານ​ທາງ​ເຈຍ​ຊວນ​ ທີ່​ປຶກສາ​ແຫ່ງ​ລັດ​ຈີນໄດ້​ຢ້ຽມຢາມ​ອາ​ເມ​ລິ​ກາ​ໃນນາມ​ເປັນທູດ​ພິ​ເສດ​ຈາກ​ນັ້ນ​ບໍ່​ດົນ,ນາງ​ໄຣສ໌ກໍ່​ໄດ້​ມາ​ຢ້ຽມ​ຢາມ​ຈີນ,ນີ້​ສະ​ແດງ​ໃຫ້ເຫັນ​ວ່າ,ທ່ານປະ​ທານາ​ທິບໍດີ​ ຈອຈ໌ ບຸ​ສ ກັບ ລັດຖະບານ​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່ນຳ​ການ​ຂະ​ຫຍາຍ​ການ​ພົວພັນ​ກັບຈີນ,​ແລະກໍ່​ສະ​ແດງ​​ໃຫ້​ເຫັນ​ວ່າ,​ໃຕ້​ສະພາບ​ການ​ສາກົນ​ທີ່​ສັບ​ສົນ​ໃນ​ປັດຈຸ​ບັນ,ອາ​ເມ​ລິ​ກາ​ກັບ​ຈີນ​ປຶກສາ​ຫາລື​ກັນຢ່າງ​ສະໜິດ​ແໜ້ນ​ກ່ຽວ​ກັບບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່ສຳ​ຄັນ​ຈຳນວນ​ໜຶ່ງ​ນັ້ນແມ່ນ​ສຳຄັນ​ທີ່​ສຸດ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີຈີນ​​ແລະທ່ານ​ທາງ​ເຈຍ​ຊວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຕ່າງ​​ໄດ້​ພົບ​ປະກັບ​ນາງ​ໄຣສ໌,ທ່ານ​ຫຼີຈ້າວ​ຊີ່​ງ ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ນາງ​ໄຣສ໌.