ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-22 17:33:54    
ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ​ກັບ​ ​ປະ​ເທດຕ່າງໆ​ໃນ​ອາຊີ

cri Author: da
ຕາມ​ຂ່າວສາ​ນຈີນ: ວັນ​ທີ 21 ຕຸລາ ຢູ່​ປັກ​ກິ່ງ ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຈີນ​​ເວົ້າວ່າ, ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ​ກັບ​​ປະ​ເທດຕ່າງໆ​ໃນ​ອາຊີ,​ເຮັດ​​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ແລະ​ພ້ອມ​ກັນ​ພັດທະນາ.

ທ່ານ​ໂຈ່​ວຈີ້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ"ກອງ​ປະຊຸມ​ໂຕະມົນຂອງ​ລັດຖະມົນຕີ​​ກະຊວງ​ສຶກສາ​ທິການ"ຂອງ​ເວທີ​ປາ​ໄສ​ປັກ​ກິ່ງກ່ຽວ​ກັບ​ການ​ສຶກສາ​ອາຊີ.

ທ່ານ​ໂຈ່​ວ​ຈີ້​ເວົ້າວ່າ,​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງວົງ​ການການ​ສຶກສາ​ຂອງ​ປະ​ເທດຕ່າງໆ​ໃນອາຊີ​ຄວນ​ຕິດ​ຕໍ່ພົວພັນ​ກັນ​​ເລື້ອຍໆ,ສ້າງ​ລະບອບ​ປຶກສາ​ຫາລື​ລະຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍຝ່າຍ; ຖື​ມະຫາວິທະຍາ​ໄລ​ສຳຄັນ​ຂອງ​ປະ​ເທດຕ່າງໆ​ເປັນ​ຫຼັກ,ຮ່ວມ​ມື​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີ​ລະດັບ​ສູງ; ສ້າງ​ລະບອບແລກປ່ຽນ​ນັກວິຊາ​ການແລະ​ນັກ​ສຶກສາ​,ດຳ​ເນີນ​ການ​ຫາລື​ກັນ​ຢ່າງ​ແທ້​ຈິງ​ໃນ​ດ້ານ​​ແລກປ່ຽນ​ປະລິນຍາລະ​ຫວ່າງ​ລັດຖະບານ​ປະ​ເທດຕ່າງໆ​ໂດຍ​ໄວ, ຊຸກຍູ້​ການ​ເຊັນ​ສັນຍາ​ຮັບຮອງ​​ປະລິນຍາ​ແລະ​ປະຫວັດ​ການ​ສຶກສາລະ​ຫວ່າງ​ປະ​ເທດ​ອາຊີ.