ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-26 19:46:41    
ຝ່າຍ​ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ເອີ​ລົບ​ລົງ​ເລິກ​ຂະ​ຫຍາຍ​ໄປ​ໜ້າ

cri Author: da


ຕາມ​ຂ່າວCRI: ວັນ​ທີ 26 ຕຸລາ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​​ໄດ້​ເຈລະ​ຈາ​ກັບ​ທ່ານ​ຊີຣັກ ປະທານາທິບໍດີ​ຝຣັ່ງທີ່​ມາ​ຢ້ຽມຢາມ​,ທ່ານ​ຫູ​ຈິນທາວ​ກ່າວວ່າ, ຈີນ​ຍິນ​ດີ​​ເກາະ​ແຂນ​ກັບປະ​ເທດ​​ເອີ​ລົບລວມທັງ​ຝຣັ່ງ,ຊຸກຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ເອີ​ລົບລົງ​ເລິກ​ຂະຫຍາຍ​ໄປ​ໜ້າ.


ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝຣັ່ງ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝຣັ່ງ,ລົງ​ເລິກ​ພັດທະນາການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ,​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ພະລັງງານ ການບິນ ການບິນອະວະກາດ ​ແລະ​ຄົມມະນາຄົມ,ຍົກ​ລະດັບ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ໂທລະ​ຄົມ ການ​ບໍລິການ​ດ້ານ​ການ​ເງິນ​ແລະ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ​ໃຫ້​ສູງ​ຂຶ້ນ,ຍາດ​ແຍ່ງ​ເຮັດ​ໃຫ້ເປົ້າໝາຍ​ທີ່ຍອດ​ມູນ​ຄ່າການ​ຄ້າ​ຕໍ່ປີ​ລະຫວ່າງ​ສອງ​ປະ​ເທດບັນລຸ 40 ຕື້​ໂດ​ລາ​ກ່ອນ​ເວລາ​ກຳນົດ.

ໃນ​ການ​ເຈລະຈາ ທ່ານ​ຊີຣັກ​ກ່າວ​ວ່າ,ຄຳ​ສັ່ງ​​ຫ້າມ​ບໍ່ໃຫ້ຂາຍອາວຸດແກ່ຈີນ​ຂອງ​ສະຫະພາບ​ເອີ​ລົບ​ບໍ່​ສອດຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວ​ໃນ​ປະຈຸ​ບັນ​ແຫ່ງການ​ພົວພັນລະຫວ່າງສະຫະພາບ​ເອີ​ລົບ​ກັບ​ຈີນ,ຝຣັ່ງຈະ​ສືບ​ຕໍ່​ຊຸກຍູ້​ໃຫ້​ສະຫະພາບ​ເອີ​ລົບ​ຍົກ​ເລີກຄຳ​ສັ່ງ​ນີ້​ໂດຍ​ໄວ.ຝຣັ່ງສະໜັບສະໜູນ​ສະຫະພາບ​ເອີ​ລົບ​ຮັບ​ຮອງ​ຖານະ​ເສດຖະກິດ​ຕະຫຼາດ​ທີ່​ສົມບູນ​ຂອງ​ຈີນ.ທ່ານ​ກ່າວ​​ຢ້ຳວ່າ,ຝຣັ່ງ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ,ຄັດຄ້ານ"​ໄຕ້​ຫວັນ​ເປັນ​ເອກະລາດ".


ຫຼັງ​ຈາກ​ການ​ເຈລະຈາ​​ ຜູ້ນຳ​ສອງ​ປະ​ເທດ​ໄດ້​ເຊັນ​ຖະ​ແຫຼ​ງການ​ຮ່ວມ​ຈີນ​ຝຣັ່ງ,ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນຕື່ມ​ອີກ​ພາຍ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ເຂດ​ແຄວ້ນ​​ເຊັ່ນການ​ປະ​ທະ​ກັນ​ຢູ່​ລີ​ບັງ ບັນຫາ​ນິວ​ເຄຼຍອີຣານ ​ແລະ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ເປັນຕົ້ນ. ຜູ້ນຳ​ສອງ​ປະ​ເທດ​​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ,ສັນຍາ​ດັ່ງກ່າວ​ກ່ຽວ​ພັນ​ເຖິງ 14 ລາຍລານ​ເຊັ່ນການ​ຮ່ວມ​ມື​ດ້ານ​ອະວະກາດ ການ​ພັດທະນາ​ໂຄງການ​ໄຟຟ້າ​ນິວ​ເຄຼຍ ​​ຈີນຊື້​ຍົນ​ໂດຍສານ​​ແອ​ບັດເປັນຕົ້ນ.