ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-27 17:51:26    
ຝ່າຍ​ຈີນບໍ່​ສາ​ມາດ​ຮັບ​ເອົາ​ຖ້ອຍ​ຄວາມ​ທີ່​ວ່າ"ຈີນ​ຊ່ອຍ​ເຫຼືອອາ​ຟຼິ​ກາ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ນັ້ນ​ບໍ່​ມີ​ຜົນ​ດີ​ຕໍ່​ສະ​ຖາ​ນະ​ການ​ອັນ​ດີ​ງາມ​ຂອງ​ອາ​ຟຼິ​ກາ"

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​​ສຳ​ພາດ​ຕໍ່​ນັກ​ຂ່າວ​ຕ່າງປະ​ເທດ,ທ່ານ​ຈ໋າຍຈຸ້ນ ຜູ້​ຊ່ອຍ​ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນບໍ່​ສາມາດຮັບ​ເອົາ​ຖ້ອຍ​ຄວາມ​ທີ່​ວ່າ"ຈີນ​ຊ່ອຍ​ເຫຼື​ອອາ​ຟຼິກາ​ຢ່າງບໍ່​ມີ​ເງື່ອນ​ໄຂ​ນັ້ນບໍ່​ມີ​ຜົນ​ດີ​ຕໍ່​ສະ​ຖານະ​ການອັນ​ດີງາມ​ຂອງ​ອາ​ຟຼິກາ"ບໍ່​ໄດ້.ໃນ​ເວລາດຳ​ເນີນ​ການ​ພົວ​ພັນ​ກັບ​ຕ່າງປະ​ເທດ,ຈີນ​ຍຶດ​ໝັ້ນ​ຫຼັກ​ການ​ບໍ່​ແຊກ​​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ໂດຍ​ຕະຫຼອດ.

ທ່ານ​ຈ໋າຍ​ຈຸ້ນຊີ້​ອອກ​ວ່າ,ຈີນ​ບໍ່​ຍິນ​ດີ​ໃຫ້​ປະ​ເທດ​ອື່ນ​ເອົາ​ຄ່າ​ນິຍົມ,ຮູບ​ຖານ​ຈິດ​ສຳນຶກ,​ຮູບ​ແບ​ການ​ພັດທະ​ນາຂອງ​ຕົນ​ມາບີບ​ບັງຄັບ​ຈີນ,​ແລະ​ຈີນ​ກໍ່​​ບໍ່​ເອົາ​ຄ່າ​ນິຍົມ ຮູບ​ຖານ​ຈິດ​ສຳນຶກ​​ແລະ​ຮູບ​ແບບ​ການ​ພັດທະນາຂອງ​ຕົນ​​ໄປບີບ​​ບັງຄັບປະ​ເທດ​ອື່ນ​ເຊັ່ນ​ດຽວ​ກັນ.ສະ​ນັ້ນ,ຈີນ​ຊ່ອຍ​ເຫຼືອ​ອາ​ຟຼິກາ​ບໍ່ມີ​ຂໍ້ຜູກ​ມັດ​ທາງ​ການ​ເມືອງ​ໃດໆ.ທ່ານ​ເວົ້າ​ວ່າ,ຈີນ​ຊ່ອຍ​ເຫຼືອ​ອາ​ຟຼິກາ​ເລັງ​ໃສ່​ການ​ປັບປຸງ​ຊີ​ວິກາ​ເປັນ​ຢູ່​ຂອງ​ປະຊາຊົນ​ອາ​ຟຼິກາ,​​ແລະໄດ້ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ເທດ​ແລະ​ປະຊາຊົນ​ອາ​ຟຼິກາ.

ນອກ​ນີ້,ທ່ານ​ຍັງ​ຊີ້​ອອກ​ວ່າ,ການ​ຮ່ວມ​ມື​ລະຫວ່າງຈີນ​-ອາ​ຟຼິກາ​ແມ່ນ​ພາກສ່ວນ​ອັນ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໃນການ​ພັດ​ທະນາ​ສາກົນ,​ແມ່ນ​ການ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະ​ເທດ​ພວມ​ພັດທະນາ​ພາຍ​ໃຕ້​ຂອບການ​ຮ່ວມ​ມື​ໃຕ້​ໃຕ້,ບໍ່​ແນ​ໃສ່​ຝ່າຍ​ທີ​ສາມ,​ແລະກໍ່​ບໍ່​ຂົ່ມຂູ່​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ໃດອີກ.