ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-27 18:58:17    
ການ​ລົງ​ທຶນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ຢູ່​ຈີນ​ໄດ້​ລື່ນ​ກາຍ​50​ຕື້​ໂດ​ລາ

cri

ຕາມ​ຂ່າວ​ຈາກ​ໜັງ​ສື​ພິມ​ເຢີ​ນມິນ​ຢື້​ປ້າວ:ນັບ​ມາ​ຮອດ​ທ້າ​ຍ​ເດືອນ​ມິຖຸ​ນາປີ​ນີ້,ສະຫະ​ພາບ​ເອີ​ລົບ​ໄດ້​ຕັ້ງ​ວິ​ສາ​ຫະກິດ2​ໝື່ນ4​ພັນ​ແຫ່ງຢູ່​ຈີນ,ການ​ລົງ​ທຶນ​ມີ​ມຸນ​ຄ່າ50​ຕື້ກວ່າ​ໂດ​ລາ.

ແຕ່​ປີ2004​ມາ​ນີ້,ຈີນ​ກັບ​ສະ​ຫະພາບ​ເອີ​ລົບ​ໄດ້​ກາຍ​ເປັນຄູ່​ການ​ຄ້າສຳ​ຄັນ​ກວ່າ​ໝູ່​ຂອງກັນ​ແລະ​ກັນ,ປີ​ກາຍ​ນີ້,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນລຸ217​ຕື້​300ລ້ານ​ໂດ​ລາ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ວິ​ເຄາະວ່າ,​ເມື່ອ​ທຽບ​ກັບ​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ,​ໂຄງ​ການ​ລົງທຶນ​ຢູ່​ຈີນ​ຂອງ​ສະຫະ​ພາບ​ເອີ​ລົບ,ຂະ​ໜາດ​ລົງທຶນ​ໂດຍ​ສະ​ເລ່ຍ​​ແມ່ນ​ຂະໜາດ​ໃຫຍ່.ການ​ລົງທຶນ​ສ່ວນ​ຫຼາຍ​ມາ​ຈາກ​4ປະ​ເທດ​ສະມາ​ຊິກ ຄື,ອັງ​ກິດ,​ເຢັຍລະ​ມັນ,ຝຣັ່ງ​ແລະ​ໂຮ​ນລັງ,ຖື​ບໍລິ​ສັດ​ຂ້າມ​ຊາດ​ຂະໜາດ​ໃຫຍ່​ເປັນຫັຼກ​ຂອງ​ການ​ລົງທຶນ,​ແລະ​ເນັນ​ໃສ່ຂົງ​ເຂດ​ອຸດສາ​ຫະກຳ​ຜະລິດ,​ເຊັ່ນ,​ເຄມີ​ນ້ຳມັນ​ເຊື້ອ​ໄຟ,​ລົດ​ຍົນ,​ໂທລະ​ຄົມເອ​ເລັກ​ໂຕຼນິກ,ກົນ​ຈັກ​ອຸປະ​ກອນ​ແລະ​ເຫຼັກ​ກ້າ​ເປັນ​ຕົ້ນ,ພ້ອມ​ກັນ​ນັ້ນ,​ເຕັກນິກ​ທີ່​ນ້ຳ​ໃຊ້​ໃນ​ໂຄງການ​​ກໍ່ທີລະ​ດັບ​ສູງ.