ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-28 19:56:35    
ຈີນ​ໄດ້​ມີລະບົບ​ປ້ອງ​ກັນ​​ໄພ​ນ້ຳ​ຖ້ວມ​ຢູ່​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ຢາງ​ເຊໃນ​ເບື້ອງ​ຕົ້ນ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:​ພາຍ​ຫຼັງ​ອ່າງ​ຂັງ​ນ້ຳຊ່ານ​​ເຊຍ​ແມ່​ນ້ຳ​ຢາງ​ເຊ​ຂອງ​ຈີນ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ຂັງ​ນ້ຳ​ໃຫ້​ສູງເຖິງ 156 ​ແມັດ​ຢ່າງ​ສຳ​ເລັດ​ຜົນ​ໃນ​ວັນທີ 27 ຕຸລາ​ແລ້ວ,​ໂຄງ​ການ​ຊຸມ​ຊົນ​ລະປະ​ທານ​ຊ່ານ​ເຊຍ​ເຊິ່ງມີໜ້າ​ທີ່ອັນ​ດັບ​ໜຶ່ງ​ທີ່​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ນັ້ນ​ໄດ້​ເລີ່ມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຮອບ​ດ້ານ.ຈາກ​ນີ້,ຈີນ​ໄດ້​ມີລະ​ບົບ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ຢູ່​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ຢາງ​ເຊ​ທີ່​ປະກອບ​ດ້ວຍ​ອ່າງ​ຂັງ​ນ້ຳ ​ເຂື່ອນ​ແລະ​ເຂດ​ແບ່ງ​ນ້ຳ​ຖ້ວມ​ນັ້ນໃນ​ເບື້ອງ​ຕົ້ນ.

ແຕ່​ໄລຍະ​ນ້ຳມ​າກ​ຂຶ້ນ​ຂອງປີ 2007 ​ເປັນ​ຕົ້ນ​ໄປ,​ເຂື່ອນ​ຊ່ານ​ເຊຍກໍ່​ໄດ້​ມີ​ຄວາມ​ສາມາດ​ທີ່​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ຂອງ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​​ແມ່​ນ້ຳ​ຢາງ​ເຊ​​ແລ້ວ.​​ເມື່ອ​ທຽບ​ໃສ່​ການ​ອອກ​ແບບ​ແຕ່​ເດີມ​ແລ້ວ,​ໂຄງ​ການ​ດັ່ງກ່າວ​ໄດ້ເສີມ​ຂະ​ຫຍາຍ​ບົດບາດປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ໃນ​ໄລຍະ​ເບື້ອງ​ຕົ້ນ​ນັ້ນ​ກ່ອນ​ເວລາ​ກຳນົດ 1 ປີ.