ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-28 20:08:18    
ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ

cri Author: cai
ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 28 ຕຸ​ລາ,ເວທີ​ປາ​ໄສ​ພະລັງ​ງານ​ຄັ້ງ​ທີ 2 ຈີນ-​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ້​ຂອງ​ຈີນ.ທ່ານ​ຮວງ​ຈູ ຮອງ​ນາຍົກ​ລັດຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ຊູຊີ​ໂລ ບຳບາງ ຢູດ​ໂຮ​ໂຢ​ໂນ ປະທາ​ນາທິ​ບໍດີ​ອິນ​ໂດ​ເນ​​ເຊຍ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ແລະ​ກ່າວ​ຄຳ​ປາ​ໄສ.

ໃນ​ຄຳ​ປາ​ໄສ,ທ່ານ​ຮວງ​ຈູ​ຊີ້​ອອກ​ວ່າ,ປີ​ກາຍ​ນີ້,ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່.ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ແມ່ນພື້ນຖານ​ອັນ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດທະ​ສາດ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ.ການຈັດ​ເວທີ​ປາ​ໄສ​ພະລັງງານ​ເທື່ອ​ນີ້,ຈະ​ສ້າງ​ສະພາບ​ແວດ​ລ້ອມ​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ປະທາ​ນາທິ​ບໍດີ​ຊູຊີ​ໂລ​ເວົ້າ​ວ່າ,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງ​ງານ​ລະຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ,ສອງ​ຝ່າຍ​ຄວນ​ເລັ່ງລັດ​ບາດກ້າວ​ການ​ຮ່ວມ​ມື​ຕື່ມ​ອີກ.

ຜູ້​ແທນ​ຂອງ​ພາກ​ສ່ວນ​ຄຸ້ມ​ຄອງ​ພະລັງ​ງານ​ຂອງ​ລັດຖະ​ບານ​ແລະ​ຂອງວົງ​ການ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ 250 ກວ່າ​ຄົນ​ໄດ້​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້.