|
![](/images/spacer.gif) |
(GMT+08:00)
2006-10-29 18:33:51
|
![](/images/shim.gif) |
ຜູ້ນຳປະເທດຕ່າງໆຂອງອາຊຽນເດີນທາງຮອດເມືອງນານນິງເພື່ອເຂົ້າຮ່ວມກອງປະຊຸມສຸດຍອດລະລຶກຈີນ-ອາຊຽນ
cri
ຕາມຂ່າວສານຊີນຮວາ,ຕອນທ່ຽງວັນທີ29ຕຸລາ,ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ເດີນທາງມາຮອດເມືອງນານນິງເຂດກວາງຊີຂອງຈີນ,ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດລະລຶກຈີນອາຊຽນສ້າງເປັນປະເທດຄູ່ເຈລະຈາຄົບຮອບ15ປີແລະກິດຈະກຳອື່ນໆທີ່ຈະຈັດຂຶ້ນຢູ່ແຫ່ງນີ້.
ມື້ດຽວກັນ,ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ທ່ານລີຊຽນລົງ ນາຍົກລັດຖະມົນຕີສິງກະໂປ ທ່ານໂຊວິນ ນາຍົກລັດຖະມົນຕີມຽນມາ ທ່ານ ອັບດູລາ ອາເຮີມາດ ບາດາວີ ນາຍົກລັດຖະມົນຕີມາເລເຊຍທ່ານອົງເຄງຢົງ ເລຂາທິການໃຫຍ່ອາຊຽນນາງກຼໍເຣຍມາຄາພາການອາໂຣໂຢປະທານາທິບໍດີຟິລິບປິນແລະທ່ານຊູຊີໂລບຳບາງຢຸດໂຣໂຢໂນປະທານາທິບໍດີອິນໂດເນເຊຍກໍໄດ້ເດີນທາງມາຮອດເມືອງນານນິງເປັນລຳດັບ.
ກອງປະຊຸມສຸດຍອດລະລຶກຈີນອາຊຽນສ້າງເປັນປະເທດຄູ່ເຈລະຈາຄົບຮອບ15ປີທີ່ຈະຈັດຂຶ້ນໃນວັນທີ30ຕຸລາ,ແມ່ນຈັດຂຶ້ນຕາມຄວາມຮັບຮູ້ຄືກັນລະຫວ່າງທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກັບຜູ້ນຳປະເທດອາຊຽນໃນກອງປະຊຸມຜູ້ນຳຈີນອາຊຽນຄັ້ງທີ9ທີ່ຈັດຂຶ້ນໃນປີກາຍນີ້.ວັນທີ30ຕຸລາ,ທ່ານເວິ່ນເຈ່ຍປາວແລະຜູ້ນຳປະເທດຕ່າງໆຂອງອາຊຽນຈະເຂົ້າຮ່ວມກອງປະຊຸມ,ທ່ານເວິ່ນເຈ່ຍປາວຍັງຈະພົບປະກັບຜູ້ນຳປະເທດຕ່າງໆ.
|
|
|