|
![](/images/spacer.gif) |
(GMT+08:00)
2006-10-30 17:20:50
|
ຂະບວນລົດແຫ່ງມິດຕະພາບຈີນອາຊຽນເລີ່ມອອກເດີນທາງ
cri
ຕາມຂ່າວສານຊີນຮວາ,ວັນທີ30ຕຸລາ,ຄະນະຜູ້ແທນຈີນຂອງກິດຈະກຳ"ການເດີນທາງມິດຕະພາບຈີນອາຊຽນ" 40ກວ່າຄົນໄດ້ເລີ່ມຂີ່ລົດອອກຈາກດ່ານມິດຕະພາບລະຫວ່າງຊາຍແດນຈີນກັບຫວຽດນາມ,ເລີ່ມເດີນທາງຢູ່6ປະເທດອາຊຽນເປັນເວລາ20ກວ່າມື້.
ຄະນະຜູ້ແທນດັ່ງກ່າວຈະເດີນທາງໄປລາວ ຫວຽດນາມ ກຳປູເຈຍ ໄທ ມາເລເຊຍແລະສິງກະໂປ,ໄລຍະທາງທັງໝົດ1ໝື່ນກວ່າກິໂລແມັດ,ໃນໄລຍະນີ້ຈະຮ່ວມກັນກັບອົງການມິດຕະພາບຂອງປະເທດຕ່າງໆຈັດກິດຈະກຳຕ່າງໆເຊັ່ນແລກປ່ຽນດ້ານວັດທະນະທຳ ການພົບປະທາງເສດຖະກິດການຄ້າ ການບໍລິຈາກເພື່ອການກຸສົນເປັນຕົ້ນ.ຖືເອົາການສຳຜັດກັບປະຊາຊົນຂອງບາງປະເທດອາຊຽນເພື່ອເພີ່ມຄວາມເຂົ້າໃຈກັນ,ແລະເສີມສ້າງມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນປະເທດຕ່າງໆຂອງອາຊຽນ.
ກິດຈະກຳດັ່ງກ່າວແມ່ນຈັດຂຶ້ນເພື່ອປະສານສົມທົບກັບກອງປະຊຸມສຸດຍອດເພື່ອລະລຶກຈີນອາຊຽນສ້າງເປັນປະເທດຄູ່ເຈລະຈາຄົບຮອບ15ປີ.
|
|
|