ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 18:45:42    
ຈີນ​ອາ​ຊຽນ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ

cri
ຕາມ​ຂ່າວCRI,​ ວັນ​ທີ30​ຕຸລາ,ໃນ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາ​ຊຽນ​ສ້າງ​ເປັນ​ປະ​ເທດ​ຄູ່​ເຈລະ​ຈາ​ຄົບ​ຮອບ​15ປີ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງ​ຊີ​ຈີນ,​ຈີນ​ແລະ​ອາ​ຊຽນ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ.​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ ​ນາງ​ກຼໍ​ເຣຍ ມາ​ຄາ​ພາ​ການ ອາ​ໂຣ​ໂຢ ປະທາ​ນາທິ​ບໍດີ​ຟິລິບ​ປິນທີ່​ເປັນ​ປະ​ເທດ​ປະ​ທານ​ຕາມ​ຮອບ​ໝູນ​ວຽນ​ຂອງ​ອາ​ຊຽນ​ແລະ​ຜູ້​ນຳ​ປະ​ເທດສະ​ມາຊິກ​ຂອງ​ອາ​ຊຽນ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ໃນ​ຖະ​ແຫຼງ​ການ​ຂຽນ​ວ່າ,​ຈີນອາຊຽນ​ຂະຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ອວ່າຍ​ໜ້າ​ໄປ​ສູ່​ສັນຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ,​ບໍ່​ພຽງ​ແຕ່​ໄດ້​ຊຸກຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃຜລາວ​ຢ່າງ​ແຂງ​ແຮງ,​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງມາ​ໃຫ້​ປະຊາ​ຊົນ​ທັງ​ສອງ​ຝ່າຍ​ທໍ່​ນັ້ນ,​ກໍ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ກໍ​ຄື​ຂອງ​ໂລກ.

ຖະ​ແຫຼງ​ການ​ຮ່ວມ​ກ່າວ​ເນັ້ນ​ວ່າ,​ໃນ​ອະນາ​ຄົດ,ຈີນ​ກັບ​ອາ​ຊຽນຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,​ເຊັ່ນ ການ​ເມືອງ ຄວາມ​ປອດ​ໄພ ​ເສດຖະ​ກິດ ສັງຄົມ ວັດທະ​ນະທຳ ວຽກ​ງານ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ​ຕື່ມ​ອີກ,​ເພື່ອ​ຊຸກຍູ້​ສັນຕິ​ພາບ ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້ຕື່ມອີກ.