ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 17:24:57    
ຈີນ​ຈະ​ສືບ​ຕໍ່​ເພີ່ມ​ການ​ຊື້​ສິນ​ຄ້າ​ຈາກ​ອາ​ຊຽນ

cri
ຕາມຂ່າວCRI,​ວັນ​ທີ31​ຕຸລາຢູ່​ເມືອງ​ນານ​ນິງ​ເຂດ​ກວາງ​ຊີທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຈີນ,​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ເປີດ​ກວ້າງ​ຂະ​ໜາດ​ການ​ຄ້າ​ກັບ​ອາ​ຊຽນ​ຕື່ມ​ອີກ,​ເພີ່ມ​ກາ​ນຊື້​ສິນຄ້າ​ຈາກ​ປະ​ເທດ​ສະມາ​ຊິກ​ອາ​ຊຽນ.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນຄັ້ງ​ທີ3,​ທ່ານ​ເວິ່ນ​ເຈ່ຍ​ປາວ​ເວົ້າ​ວ່າ,​ຈີນ​ແລະ​ອາ​ຊຽນມີ​ປະຊາ​ຊົນ1​ຕື້800​ລ້ານ​ຄົນ,ມີ​ຕະຫຼາດ​ກວ້າງ​ຂວາງ​ທີ່​ສຸດ, ​ເສດ​ຖະ​ກິດ​ຂອງ​ຝ່າຍ​ຕ່າງໆ​ມີ​ທ່າ​ແຮງ​ຂອງ​ຕົນ,​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນການ​ຮ່ວມ​ມື.​ໃນ​ອະ​ນາ​ຄົດ,​ສອງ​ຝ່າຍ​ຄວນ​ສ້າງ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ຄ້າທີ່​ສະດວກ​ກວ່າ​ເກົ່າ.

ປີ2005,​ຈີນ​ກັບ​ອາ​ຊຽນ,​ໄດ້​ມີ​ການ​ຄ້າ​ເສຍ​ປຽບ​19​ຕື້​600​ລ້ານ​ໂດ​ລາ,​ອາ​ຊຽນ​ໄດ້​ກາຍ​ເປັນ​ເຂດ​ສຳ​ຄັນ​ທີ່​ຈີນ​ເສຍປຽບ​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ.