ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-04 19:56:11    
ຈີນ​​​ໄດ້​ສະ​ແດງ​ບົດບາດສຳຄັນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ໂລກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ງານ​ທ່ອງ​ທ່ຽວ​ສາກົນ​ຮວງ​ຊ່ານ​ຈີນ​ຄັ້ງທີ 10 ​ແລະງານ​ວັດທະນະທຳອ່ານ​ຫຸ່ຍ​​ໄດ້ຈັດ​ຂຶ້ນ​ຢູ່​ຮວງ​ຊ່ານແຂວງ​ອ່ານ​ຫຸ່ຍຂອງ​ຈີນ. ​ທ່ານ​ຟຼານຊິ​ສ​ໂກ ຟຼານ​ເກ​ຍລີ ​ເລຂາທິການ​ໃຫຍ່​ອົງການ​ທ່ອງ​ທ່ຽວ​ໂລກ​​ໄດ້ແຕ່ງ​ທູດ​ພິ​ເສດ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ແລະ​ອ່ານ​ຄຳ​ປາ​​ໄສ​ຂອງ​ທ່ານ.​ໃນ​​ຄຳ​ປາ​ໄສຂອງທ່າ​ນ​ໄດ້ກ່າວວ່າ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່ການທ່ອງ​ທ່ຽວ​ພັດທະນາ​ໄວ​ກວ່າ​ໝູ່,ພວມ​ສະ​ແດງບົດບາດ​ສຳຄັນ​​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ໂລກ.

ຄຳ​ປາ​ໄສ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທ​ດອາຊີທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ກວ່າ​ໝູ່​ຈາກ​ນັກ​ທ່ອງ​ທ່ຽວ,​ເປັນອັນ​ດັບ​ທີ 4 ​ໃນ​ປະ​ເທດຈຸດໝາຍ​ການທ່ອງ​ທ່ຽວ​ທີ່​​ໄດ້ຮັບ​ຄວາມ​ນິຍົ​ມ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ. ​ໃນ​ຫຼາຍ​ປີ​ມາ​ນີ້,ອົງການ​ທ່ອງ​ທ່ຽວ​ໂລກ​ກັບ​ຈີນ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ຈີນ​ໄດ້​ສ້າງ​ການ​ພົວພັນ​ໄມຕີ​ຈິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ອົງການ​ດັ່ງກ່າວ​ຈະ​ເຮັດ​ຄື​​ແຕ່​ເກົ່າ​ເມືອ​ຫຼັງ​ເອົາ​ໃຈ​ໃສ່​​ແລະ​ສະໜັບສະໜູນ​ການ​ພັດທະນາ​ການທ່ອງທ່ຽວ​ຂອງ​ຈີນ.