ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-04 19:59:50    
ງານ​ສົນທະນາ​ຂັ້ນສູງລະຫວ່າງ​ຜູ້ນຳ​ຈີນ​ອາ​ຟຼີກາກັບ​ຜູ້ຕາງໜ້າ​ວົງ​ກາ​ນອຸດສາ​ຫະກຳການ​ຄ້າ​ແລະ​ກອງ​ປະຊຸມ​ນັກ​ວິ​ສາ​ຫະກິດ​ຈີນ​ອາ​ຟຼີກາ​ຄັ້ງທີ 2 ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: da

ຕາມ​ຂ່າວສານ​ຊິນ​ຮວາ: ງານ​ສົນທະນາ​ຂັ້ນສູງລະຫວ່າງ​ຜູ້ນຳ​ຈີນ​ອາ​ຟຼີກາກັບ​ຜູ້ຕາງໜ້າ​ວົງ​ກາ​ນອຸດ​ສາ​ຫະກຳການ​ຄ້າ​ແລະກອງ​ປະຊຸມ​ນັກ​ວິ​ສາ​ຫະກິດ​ຈີນ​ອາ​ຟຼີກາ​ຄັ້ງທີ 2 ​​ໄດ້ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 4 ພະຈິກ,​ໃນ​ພິທີ​ໄຂ​ງານ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີຂໍ້​ສະ​ເໜີ 5 ຂໍ້​ກ່ຽວກັບ​ການ​ຍົກສູງ​ລະດັບ​ການ​ຮ່ວມ​ມື​ຈີນ​ອາ​ຟຼີກາຢ່າງຮອບດ້ານ,​ເຊິ່ງລວມທັງ​ການ​ເປີດ​ກວ້າງ​ຂະໜາດ​ການ​ຄ້າ​ຈີນ​ອາ​ຟຼີກາ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ,ຍົກ​ສູງ​ລະດັບ​ການ​ຊ່ອຍ​ເຫຼືອ​ຕໍ່​ອາ​ຟຼີກາ,ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຈີນ​ອາ​ຟຼີກາ ​ແລະ​ເພີ່ມ​ທະວີ​ການ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ໃຫ້​ອາ​ຟຼິກາ.

ທ່ານ​ເມ​ລິ​ສ ຊີ​ນາວີ ນາຍົກລັດຖະມົນຕີ​ເອຕີ​ໂອ​ປີ ທີ່​ເປັນປະ​ເທດ​ປະທານ​ຮ່ວມ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມືຈີນ​ອາ​ຟຼີກາ​ຄັ້ງນີ້​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,ກອງ​ປະຊຸມ​ຄັ້ງນີ້ຈະ​ເຮັດ​ໃຫ້​ວົງ​ການວິ​ສາ​ຫະກິດຂອງ​ສອງ​ຝ່າຍ​ເຂົ້າຮ່ວມ​ຂະ​ບວນການ​ຮ່ວມ​ມື​ອັນ​ແໜ້ນ​​ແຟ້ນລະຫວ່າງ​ຈີນ​ກັບ​ອາ​ຟຼິກາ​ໃນ​ຖານະ​ເປັນ​ກຳລັງ​ສຳຄັນ​.​ເອຕີ​ໂອ​ປີ​ຄອງ​ຄອຍ​ຝ່າຍ​ຈີນ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ​ຂອງ​ເອຕີ​ໂອ​ປີ​ຫຼາຍ​ກວ່າ​ເກົ່າ.