
ຕາມຂ່າວCRI:ວັນທີ 5 ພະຈິກ,ກອງປະຊຸມສຸດຍອດປັກກິ່ງຂອງເວທີປາໄສການຮ່ວມມືຈີນອາຟຼິກາໄດ້ຈັດກອງປະຊຸມໂຕະມົນ,ຕົ້ນຕໍໄດ້ຫາລືຖະແຫຼງການກອງປະຊຸມສຸດຍອດແລະແຜນດຳເນີນງານໃນ 3 ປີຂ້າງໜ້ານີ້.

ກອງປະຊຸມແບ່ງເປັນສອງຂັ້ນຕອນ,ທ່ານຫູຈີນທ່າວ ປະທານປະເທດຈີນເຊິ່ງເປັນປະເທດປະທານຂອງເວທີປາໄສເທື່ອນີ້ແລະທ່ານເມເລສ໌ ເຊນາວີ ນາຍົກລັດຖະມົນຕີເອຕີໂອປີເຊິ່ງເປັນປະເທດປະທານຮ່ວມຕ່າງໄດ້ນັ່ງເປັນປະທານ.


ເພື່ອຊຸກຍູ້ການພົວພັນຄູ່ຂາຍຸດທະສາດແບບໃໝ່ລະຫວ່າງຈີນອາຟຼິກາໃຫ້ຂະຫຍາຍຕົວ,ວັນທີ 4 ພະຈິກ,ໃນພິທີໄຂກອງປະຊຸມສຸດຍອດ,ທ່ານຫູຈີນທ່າວໄດ້ປະກາດມາດຕະການໃໝ່ 8 ຂໍ້ຂອງຈີນເພື່ອເພີ່ມທະວີການຮ່ວມມືລະຫວ່າງຈີນອາຟຼິກາ.ຈະຈັດຕັ້ງປະຕິບັດມາດຕະການເຫຼົ່ານີ້ຢ່າງລະອຽດແນວໃດນັ້ນຈະເປັນເນື້ອໃນສຳຄັນຂອງຖະແຫຼງການກອງປະຊຸມສຸດຍອດເທື່ອນີ້ແລະແຜນດຳເນີນງານໃນ 3 ປີຂ້າງໜ້ານີ້.


ຕອນທ່ຽງວັນທີ 5 ພະຈິກ,ກອງປະຊຸມນັກທຸລະກິດຈີນອາຟຼິກາຄັ້ງທີ 2 ໄດ້ອັດລົງ, 11 ວິສາຫະກິດແລະຫົວໜ່ວຍຂອງຝ່າຍຈີນກັບລັດຖະບານແລະວິສາຫະກິດຂອງປະເທດອາຟຼິກາໄດ້ເຊັນສັນຍາຮ່ວມມື 16 ສະບັບ,ຍອດມູນຄ່າມີເກືອບ 1 ຕື້ 900 ລ້ານໂດລາ.

|