ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-07 19:18:33    
ທ່ານ​ຫູ​ຈີນ​ທ່າວ​ຈະ​ໄປ​ຢ້ຽມ​ຢາມ 4 ປະ​ເທດ​ອາຊີ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອົງ​ການ​ເອ​ເປັກ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 7 ພະຈິກ,ຢູ່​ປັກ​ກິ່ງ,ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ,ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ແລະ​ເຂົ້າຮ່ວມ​ກອງ​ປະຊຸມ​ອົງການ​ເອ​ເປັກ.

ນາງ​ຈ່ຽງ​ຢູ​ເວົ້າ​ວ່າ,​ໂດຍ​ຕອບ​ສະ​ໜອງ​ການ​ເຊື້ອ​ເຊີນ​ຂອງ​ທ່ານຈູມ​ມະ​ລີ ​ໄຊ​ຍະ​ສອນ ເລຂາ​ທິ​ການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ສາທາ​ລະນະ​ລັດ​ປະ​ຊາ​ທິປະ​ໄຕ​ປະຊາ​ຊົນ​ລາວ,ທ່ານ​ນົງດຶກ​ແມ້ງ ​ເລຂາທິ​ການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ​ແລະ​ທ່ານ​​ແຫງວນມີນທິດ ປະທານ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ,ທ່ານ​ຫູ​ຈີນ​ທ່າວ ​ເລຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະກິດ​ຕໍ່​ຫວຽດນາມ​​ແຕ່​ວັນ​ທີ 15 ຫາ 17 ພະຈິກແລະ​​ໄປ​ຢ້ຽມຢາມ​ທາງລັດຖະກິດ​ຕໍ່ລາວ​ແຕ່​ວັນ​ທີ 19 ຫາ 20 ພະຈິກ.

ໂດຍ​ຕອບ​ສະໜອງ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ອັບ​ດູ​ນ ຄາ​ລາມ ປະທານາທິບໍດີ​ສາທາລະນະ​ລັດ​ອິນ​ເດຍ​ແລະ​ທ່ານ​ເປຣ​ເວສ໌ ມູຊາຣາຟ ປະທານາທິບໍດີ​ສາທາລະນະ​ລັດ​ອິສລາມ​ປາ​ກິ​ສະຖານ,ທ່ານ​ຫູ​ຈີນ​ທ່າວ​ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ອິນ​ເດຍ​ແຕ່​ວັນ​ທີ 20 ຫາ 23 ພະຈິກ​ແລະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​ປາ​ກິ​ສະຖານ​ແຕ່​ວັນ​ທີ 23 ຫາ 26 ພະຈິກ.

ພ້ອມ​ກັນ​ນັ້ນ,ນາງ​ຈ່ຽງຢູ​ຍັງ​ປະກາດ​ວ່າ,ທ່ານ​ຫູ​ຈີນ​ທ່າວ​ຍັງ​ຈະ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳ​ເອ​ເປັກ​ຄັ້ງ​ທີ 14 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຮາ​ໂນ້ຍ​ແຫ່ງ​ຫວຽດນາມ​ແຕ່​ວັນ​ທີ 17 ຫາ 19 ພະຈິກ.