ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-08 18:50:31    
ສະ​ຫະ​ພາບ​ເອີ​ລົບ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ກັບ​ສະ​ຫະ​ພາບ​ເອີລົບ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນຂອງ​​ເຂດ​ກວ້າງ​ຂວາງ

cri

ຕາມ​ຂ່າວສານ​ຊິນ​ຮວາ:ບົດລາຍ​ງານ​ໝາກ​ຜົນ​ເວທີ​ປາ​ໄສ​ການ​ລົງທຶນສະ​ຫະ​ພາບ-​ອາຊີ​ທີ່ປະກາດ​ຢູ່​​​ເຊີງ​ຕູ່​ງ ​ເມືອງ​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ7​ພະ​ຈິກສະ​ແດງ​ໃຫ້​ເຫັນ​ວ່າ,ສະ​ຫະ​ພາບ​ເອີ​ລົບ​ພວມ​ຕັ້ງໜ້າ​ສະ​ແຫວ​ງຫາ​ຍຸດ​ທະ​ສາດ​ໃໝ່​ການ​ຄ້າ​ຢູ່​ອາຊີ,ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ກັບ​ສະຫະ​ພາບ​ເອີລົບ​ດຳ​ເນີ​ນການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​​ຂົງເຂດ​ກວ້າງ​ຂວາງ.

ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ຣູດີ ຟິລົນ ​ເຈົ້າ​ໜ້າ​ທີ່​ສຳນັກ​ງານການ​ພັດທະນາ​ແລະ​ການ​ຮ່ວມ​ມື​ຂອງຄະ​ນະ​ຜູ້​ແທນ​ສະຫະ​ພາບ​ເອີ​ລົບ​ປະຈຳ​ຈີນ​ກ່າວ​ວ່າ,ການທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດຈະ​ແມ່ນ​ຈຸດ​ໜັກ​ທີ່​ສະຫະ​ພາບ​ເອີ​ລົບວາງ​ນະ​ໂຍບາຍ​ການ​ຄ້າ​ຢູ່​ຈີນ.​ຫຼັງ​ຈາກ​ສະຫະ​ພາບ​ເອີ​ລົບ​​ໄດ້​ປະກາດ​ເອກະສານ​ນະ​ໂຍບາຍ​ຕໍ່ຈີນ​ຢ່າງ​ເປັນ​ທາງ​ການໃນວັນ​ທີ24​ຕຸລາ,​ແລ້ວສະ​ຫະພາບ​ເອີ​ລົບ​ຍັງ​ຈະ​ປັບປຸງ​ນະ​ໂຍບາຍ​ການ​ຄ້າ​ຢູ່​ທົ່ວ​ອາຊີ​ຢ່າງ​ທັນ​ການ,​ແລະ​ປະກາດ​ໃຊ້​ນະ​ໂຍບາຍ​ແລະ​ມາດ​ຕະ​ການ​ອັນ​ຕັ້ງໜ້າ​ຕ່າງໆ.ຈິດ​ໃຈ​ຕົ້ນ​ຕໍ​ແມ່ນຢູ່​ບົນ​ພື້ນຖານ​ການ​ສົນທະນາ,​ດຳ​ເນີນ​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື,ຍາດ​ແຍ່ງ​ສະພາບ​ແວດ​ລ້ອມ​ການ​ແກ່ງ​ແຍ່ງ​ທີ່​ຍຸດຕິ​ທຳ​ກວ່າ​ເກົ່າ.