ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-09 21:18:21    
ທ່ານ​ນາງ​ອູ​ອີ​ຫວັງ​ໃຫ້​ຈີນ​ກັບ​ອາ​ເມ​ລິ​ກາ​ປະຕິບັດ​ຕໍ່​ແລະ​ແກ້​ໄຂບັນຫາ​ສິດ​ຊັບ​ສິນ​ທາງ​ປັນຍາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຈາກດ້ານ​ຍຸດ​ທະ​ສາດ​ແລະ​ມຸມ​ຍາວ​ໄກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 9 ພະຈິກ ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ກ່າວ​ວ່າ,​ເຖິງ​ວ່າ​ຈີນ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ຂັດ​ກັນຈຳນວໜຶ່ງ​ໃນ​ຂົງ​ເຂດ​ສິດ​ຊັບ​ສິນ​ທາງ​ປັນຍາ,​ແຕ່​ສອງ​ຝ່າຍ​ຄວນປະຕິບັດ​ຕໍ່ແລະ​​ແກ້​ໄຂ​ບັນຫາ​ສິດ​ຊັບ​ສິນ​ທາງ​ປັນຍາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຈາກດ້ານ​ຍຸດ​ທະ​ສາດ​ແລະ​ມຸມ​ຍາວ​ໄກ.
​ໃນ​ເວລາ​ພົບ​ປະ​ທ່ານ​ເອຣິກ ສມິ​ສ ປະທານ​ສະຫະພັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ສາກົນຂອງ​ອາ​ເມ​ລິ​ກາພ້ອມ​ດ້ວຍ​ຄະນະ,ທ່ານ​ນາງ​ອູ​ອີກ່າວ​ວ່າ,ຈີນ​ໃຊ້​ເວລາອັນ​ສັ້ນໆກໍ່​​ໄດ້​ເດີນຜ່ານ​ເສັ້ນທາງ​ທີ່​ບາງ​ປະ​ເທດ​​ເຄີຍ​ໃຊ້​ເວລາ​ຫຼາຍ​ຮ້ອຍ​ປີ,ສ້າງຕັ້ງລະບົບ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາຊຸດ​ໜຶ່ງ​ທີ່​ສອດຄ່ອງ​ກັບກົດ​ລະບຽບ​​ສາກົນ​ແລະ​ສະພາບ​ແຫ່ງ​ຊາດ​ຈີນ​ເປັນ​ກ້າວໆ,​​ໄດ້ໃຊ້​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ເພີ່ມ​ທະວີການ​ປະຕິບັດ​ກົດໝາຍວ່າ​ດ້ວຍ​ການ​ປົກປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.
ນາງ​ເວົ້າວ່າ,ທະ​ແນມ​ແຕ່ຈີນ​ກັບ​ອາ​ເມ​ລິ​ກາ​ເຄົາລົບ​ກັນ ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ ​ເພີ່ມ​ທະວີ​ການ​ສົນທະນາ​ກັນ ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ​ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ,ຜ່ານ​ຈາກການ​ສົນທະນາ​ແລະ​ປຶກສາ​ຫາລື​ກັນມາແກ້​ໄຂ​ບັນຫາ​ທີ່​ສະດຸ້ງ​ໄວ​ແລະ​ຄວາມ​ເອົາ​ໃຈ​ໃສ່ຂອງ​ກັນ​ຢ່າງ​ເໝາະ​ສົມ,ຜ່ານ​ຈາກການ​ຮ່ວມ​ມື ​ມາແກ້​ໄຂ​ບັນຫາ​ທີ່​ປະກົດຕົວໃນ​ການ​ພັດທະນາ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາກໍ່ຈະ​ສາມາດ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສມິ​ສຍ້ອງຍໍ​ລັດຖະບານ​ຈີນ​ທີ່​​ພະຍາຍາມ​ປົກປ້ອງສິດ​ຊັບ​ສິນ​ທາງ​ປັນຍາ.ທ່ານ​ເວົ້າວ່າ,ສະຫະພັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ສາກົນຂອງ​ອາ​ເມ​ລິ​ກາ​ຍິນ​ດີ​​ເຮັດ​ວຽກ​ຫຼາຍ​​ກວ່າ​ເກົ່າ​ເພື່ອ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ລິກຂະ​ສິດ​ແລະ​ຊຸກຍູ​ການ​ພັດທະນາ​ດ້ານອຸດສາຫະກຳ.