ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-09 21:23:16    
ຝ່າຍ​ຈີນ​ຫວັງ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ

cri Author: da
ຕາມ​ຂ່າວCRI:ວັນ​ທີ 9 ພະຈິກ ​ໃນ​ງານ​ຖະ​ແຫຼ​ງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ​ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

ພັກ​ປະຊາທິປະ​ໄຕ​ອາ​ເມ​ລິ​ກາ​ໄດ້​ຮັບ​ສິດ​ຄວບ​ຄຸມ​ຕໍ່​ສະພາ​ສູງ​ແລະ​ສະພາ​ຕ່ຳ​ໃນ​ການ​ເລືອກ​ຕັ້ງທີ່​ຈັດ​ຂຶ້ນ​ໃນຫວ່າງ​ມໍ່ໆ​ນີ້.​​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ ຂອງ​ນັກ​ຂ່າວ,ນາງ​ຈ່ຽງຢູເວົ້າວ່າ,ການ​​ຮັກສາ​ການ​ພົວພັນຈີນ​ອາ​ເມ​ລິ​ກາ​ອັນ​ດີງາມ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ​ຈີນ​ອາ​ເມ​ລິ​ກາ,​ແລະ​ກໍ່ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.ການ​ຂະ​ຫຍາ​ຍການ​ພົວພັນຈີນ​ອາ​ເມ​ລິ​ກາທີ່​ປອດ​​ໃສ​ແລະ​ໝັ້ນທ່ຽງ​,​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ພັກສາ​ທາ​ລະນະ​ລັດ​ແລະ​ພັກ​ປະຊາທິປະ​ໄຕ​ຂອງ​ອາ​ເມ​ລິ​ກາ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ປອດ​​ໃສ.