ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-27 19:01:23    
ສວນ​ອຸດສາຫະກຳ​ວັດທະ​ນະ​ທຳ​ອາຊີ​ຈະ​ສ້າງ​ຢູ່​ນະຄອນທຽນ​ສິນ

cri
ຕາມ​CRI:ສວນ​ອຸດສາຫະກຳ​ວັດທະນະທຳ​ອາຊີ​ເຊິ່ງ​ເປັນ​ແຫ່ຼງອຸດສາ ຫະກຳ​ວັດທະນະທຳ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ຈະ​ສ້າງ​ຢູ່​ເຂດ​ໃໝ່​ແຄມ​ປິ່ນ​ໄຮ​ນະຄອນ​ທຽນ​ສິນ.

ສວນ​ດັ່ງກ່າວ​ມີ​ແຜນການ​ຈະ​ລົງທຶນ 12 ຕື້ 600 ລ້ານ​ຢວນ,ຈະ​ສ້າງ​ສິ່ງ​ກໍ່ສ້າງ​ຂະໜາດ​ໃຫຍ່​ຕ່າງໆ​ເຊັ່ນ​ສູນ​ຄົ້ນຄ້ວາ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ ສູນ​ບໍລິການ​​ອຸດສາຫະກຳ​ວັດທະນະທຳ​ຄົບ​ວົງ​ຈອນແລະ​ອື່ນໆ,ຈະນຳ​ເຂົ້າ​ວິ​ສາ​ຫະກິ​ດດີ​ເລີດ​ຂອງ​ຈີນ​ແລະ​ຕ່າງປະ​ເທດ 500 ​ແຫ່ງ,ພັດທະນາ​ອຸດສາຫະກຳ​ຮູບ​ເງົາ​ໂທລະ​ພາຍ ດົນຕີ ກາ​ຕູນ ​ ເກ​ມອິນ​ເຕີ​ເນັດ​​ແລະ​ອື່ນໆ​ເປັນ​ຈຸດ​ໜັກ.ອີງ​ຕາມ​ແຜນ​ເບື້ອງຕົ້ນ,ສວນ​ດັ່ງກ່າວ​ຈະ​ສຳ​ເລັດ​ການກໍ່ສ້າງ​​ໃຫ້​ໝົດ​ພາຍ​ໃນ 8 ​ເຖິງ 10 ປີ.

ຕາມ​ຮູ້​ວ່າ,ປີໜ້າ,​ເຂດ​ໃໝ່ປິ່ນ​ໄຮ​ນະຄອນ​ທຽນ​ສິນ​ຈະ​ຈັດ​ກອງ​ປະຊຸມ​​ຮ່ວມ​ມື​ວັດທະນະທຳ​ອາຊີ​ຄັ້ງທີ​ສອງ,​ເຊີນ​ຜູ້ນຳ​ຂະ​ແໜງ​ອຸດ​ສາ​ຫະກຳ​ວັດທະນະທຳ​ແລະ​ຜູ້ນຳ​ອົງການ​ຈັດ​ຕັ້ງວັດທະນະທຳ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່​ມີ​ລັກສະນະ​ຕົວ​ແທນ​ຂອງ​ບັນດາ​ປະ​ເທ​ອາຊີ​ມາ​ເຂົ້າ​ຮ່ວມ,​ເພື່ອ​ຊຸກ​ຍູ້​ການ​ສ້າງສາ​​​ສວນ​ອຸດສາຫະກຳ​ແລະ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຈີນ.