|
 |
(GMT+08:00)
2006-11-28 18:37:07
|
ກຸ່ມTCCຂອງໄທຊື້ໂຮງແຮມຕິດດາວຂອງແຂວງຢຸນນານ
cri
ຕາມຂ່າວສານຈີນ:ວັນທີ 27 ພະຈິກ,ກຸ່ມTCCຂອງໄທກັບທະນາຄານອຸດສາຫະກຳການຄ້າຈີນສາຂາຢຸນນານໄດ້ເຊັນຂໍ້ຜູກພັນ,ກຸ່ມTCCອອກທຶນ 210 ລ້ານຢວນຊື້ເອົາໂຮງແຮມປາງເຄີ ເຊິ່ງເປັນໂຮງແຮມ 5 ດາວຂອງຄຸນມິງ. ໂຮມແຮມປາງເຄີແມ່ນລົງທຶນໂດຍທະນາຄານອຸດສາຫະກຳການຄ້າຈີນສາຂາຢຸນນານ.ຍ້ອນທະນາຄານອຸດສາຫະກຳການຄ້າຈີນຂາຍຫຸ້ນຢູ່ຮົງກົງແລະເຂດໃນຈີນພ້ອມກັນ,ຈິ່ງຕົກລົງຊຳລະຊັບສິນທີ່ບໍ່ແມ່ນການທະນາຄານສ່ວນໜຶ່ງ,ໂຮງແຮມປາງເຄີກໍ່ນອນຢູ່ໃນນີ້.ກ່ອນໜ້ານີ້,ກຸ່ມTCCກໍ່ເຄີຍຊື້ເອົາໂຮງແຮມອີງຮວາເຊິ່ງເປັນໂຮງແຮມ 4 ດາວຂອງຄຸນມິງຢ່າງສຳເລັດຜົນ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກຸ່ມTCCຂອງໄທກ່າວວ່າ,ກຸ່ມTCCຊື້ເອົາໂຮງແຮມຕິດດາວຢູ່ຄຸນມິງ,ສາເຫດແມ່ນເບິ່ງໃນແງ່ດີຕໍ່ການທ່ອງທ່ຽວຂອງແຂວງຢຸນນານທີ່ໄດ້ພັດທະນາຢ່າງຟົດຟື້ນ.
|
|
|