ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-28 21:16:57    
​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ​ແລະ​ຕ້ານ​ການ​ລະ​ດົມ​ທຶນ​ຂອງ​ພວກ​ກໍ່​ການ​ຮ້າຍ​ສາ​ກົນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ28​ພະຈິກນີ້,ຢູ່​ທີ່​ຊຽງ​ໄຮ້,ທ່ານ​ຊ້ຽງຈຸ້ນປໍ່ ຮອງຜູ້​ວ່າການທະນາຄານ​ປະຊາ​ຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງ​ຂອງ​ຈີນ​ກ່າວ​ວ່າ,ຈີນຈະ​ສຸມ​ກຳລັງ​ເຂົ້າ​​ໃນ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​​ເກົ່າ​ໃນ​ວຽກ​ງານ​ຕ້ານ​ການ​ຟອກ​ເງິນ​ແລະ​ຕ້ານ​ການ​ລະ ດົມ​ທຶນ​ຂອງ​ພວກ​ກໍ່​ການ​ຮ້າຍ​ສາ​ກົນ.

​ໃນ​​ເວລາ​ເຂົ້າຮ່ວມງານ​ສຳ​ມະ​ນາ​ທີ່​ກ່ຽວຂ້ອງ​ຄັ້ງໜຶ່ງທີ່​ຈັດ​ໂດຍ​ອົງການ​ສາກົນ​ຕ່າງໆ ​ເຊັ່ນ ໜ່ວຍ​ງານ​ພິ​ເສດ​ກິດຈະກຳ​ທະ​ນາ​ຄານ​ເປັນ​ຕົ້ນ,​ທ່ານ​ຊ້ຽງ​ຈຸ້ນ​ປໍ່​ເວົ້າວ່າ,ຈີນ​ພວມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ໜ່ວຍ​ງານ​ພິ​ເສດ​ກິດ​ຈະ​ກຳ​ທະ​ນາ​ຄານ ​ເຊິ່ງ​ເປັນ​ອົງ​ການ​ຕ້ານ​ການ​ຟອກ​ເງິນ​ແລະ​ຕ້ານ​ການ​ລະ​ດົມ​ທຶນ​ຂອງ​ພວກ​ກໍ່​ການ​ຮ້າຍ​ສາ​ກົນ​ຢ່າງ​ເປັນ​ທາງ​ການ.​ທ່ານ​ເວົ້າ​ວ່າ,​ຈີນ​ເຂົ້າ​ຮ່ວມ​ອົງການ​ນີ້,​ມີ​ຜົນ​ດີ​ຕໍ່​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​​ໃນ​ການ​ຕ້ານ​ການ​ຟອກ​ເງິນ​ແລະ​ໃຫ້​ລົງ​ສູ່​ລວງ​ເລິກ.

ຕາມ​ໄດ້​ຊາບ,ໜ່ວຍ​ງານ​ພິ​ເສດກິດຈະກຳ​ທະນາຄານ​ຈະ​ລົງມະຕິ​ໃນ​ເດືອນ​ມິ​ຖຸ​ນາ​ປີ​2007​ກ່ຽວ​ກັບ​ການ​ຮັບ​ເອົາ​ຈີນ​ເຂົ້າ​ຮ່ວມ​ອົງການ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ.