ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-29 19:22:06    
ໃນ 5 ປີຜ່ານມາ​ນີ້,ຈີນ​ໄດ້​ລົງທຶນ​ລວມ 8 ຕື້ 400 ລ້ານ​ຢວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຄົ້ນຄວ້າ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີລະຫວ່າງຊາດ

cri
ຕາມຂ່າວ​cri:ວັນ​ທີ 29 ພະຈິກນີ້,ໃນ 5 ຜ່ານມານີ້,ຈີນໄດ້ລົງທຶນລວມ 8 ຕື້ 440 ລ້ານຢວນເຂົ້າໃນການຮ່ວມມືຄົ້ນຄວ້າພັດທະນາ ວິທະຍາສາດເຕັກໂນໂລຊີລະຫວ່າງຊາດ,ໄດ້ຍົກສູງຄວາມສາມາດປະ ດິດສ້າງໂດຍຕົນເອງຂອງຈີນ,ແລະໄດ້ແກ້ໄຂບັນຫາເຕັກ​ໂນ​ໂລ​ຊີຂໍກະ ແຈຈຳນວນຫລວງຫລາຍ,ໄດ້ຊຸກຍູ້ການພັດທະນາເສດຖະກິດ​ແຫ່ງ​ຊາດ​ແລະສັງຄົມທີ່ກ່ຽວຂ້ອງ.

ຕາມຮູ້ວ່າ,ປະຈຸບັນ,ຈີນໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ກັບ 152 ປະ​ເທດ​ແລະ​ເຂດ​ແຄວ້ນ,​ແລະ​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ລັດຖະບານ​ກັບ 99 ປະ​ເທດ.ຕົວຢ່າງ​ຄື,​ໃນ​ຂົງ​ເຂດ​ພະລັງງານ​ໃໝ່,ຈີນ​ຕ່າງ​ໄດ້​ຮັບ​ຄວາມ​ຄື​ບໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້​ກັບປະ​ເທດ​ທີ່​ພັດທະນາ​ແລ້ວ​ເຊັ່ນ​ອີ​ຕາ​ລີ ​ໂຮ​ນລັງ​ເປັນ​ຕົ້ນ​ໃນ​ດ້ານ​ຮ່ວມ​ມື​ພັດທະນາ​ແລະ​ນຳ​ໃຊ້​ພະລັງ​ລົມ ພະລັງ​ຕາ​ເວັນ;​ໃນ​ຂົງ​ເຂດ​ກະສິກຳ,​ 5 ປີ​ມາ​ນີ້,ຈີນ​ໄດ້​ນຳ​ເຂົ້າໝາກຜົນ​ເຕັກນິກ​ກະສິກຳ​ທີ່​ກ້າວໜ້າ​ແລະ​ເຕັກ​ໂນ​ໂລ​ຊີ​ເໝາະ​ໃຊ້ 1200 ກວ່າ​ລາຍ,​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ເຂົ້າ​ຕື່ມ​ອີກ;ນອກ​ນີ້,ຈີນ​ຍັງ​ໄດ້​​ເຂົ້າຮ່ວມ​ແຜນການ​ໃຫຍ່​ເຊິ່ງລວມທັງ​ແຜນການ​ໜ່ວຍ​ແຊນ​ມະນຸດ​ແລະ​ອື່ນໆ​ຢ່າງ​ຫ້າວຫັນ.