ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-29 21:07:52    
ຈີນ​ສປປ​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ເຫັນ​ດີ​ຮ່ວມ​ກັນ​ພະ​ຍາ​ຍາມ​ເພື່ອ​ຍາດ​ແຍ່ງ​ໃຫ້​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຮອບ​ໜ້າ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້

cri
ຕາມ​ຂ່າວCRI,ວັນ​ທີ29​ພະຈິກ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ຂ່າວ​ວ່າ,ວັນ​ທີ28​ແລະ​ວັນ​ທີ29​ພະຈິກ​ນີ້,ຫົວໜ້າ​ຄະນະ​ຜູ່​ແທນ​ເຈລະຈາ​ຫົກ​ຝ່າຍ​ຂອງ​ຈີນ.ສປປ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດການ​ພົບ​ປະກັນຢ່າງ​ບໍ່​ເປັນ​ທາງ​ການ.ສາມຝ່າຍ​ເຫັນ​ດີ​ພະ​ຍາ​ຍາມ​ເພື່ອ​ຍາດ​ແຍ່ງ​ໃຫ້ການ​ເຈລະຈາ​ຫົກ​ຝ່າຍ​ໄລຍະ​ຕໍ່​ໄປ​ຈັດ​ຂຶ້ນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ແລະ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງໜ້າ.

ຂ່າວ​ແຈ້ງວ່າ,ສາມ​ຝ່າຍ​ຄືຈີນ,ສປປ​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້ປຶກສາ​ຫາລື​ກັນ​ລະຫວ່າງ​ສາມ​ຝ່າຍ​ຫຼື​ສອງ​ຝ່າຍ​ຫຼາຍ​ເທື່ອ,​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຈລະຈາ​ຫົກ​ຝ່າຍ,​ແລ້ວໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ.