ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-29 21:39:17    
ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຮຽກ​ຮ້ອງ​ໃຫ້​ພະ​ຍາ​ຍາມ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງ​ຊາ​ຂອງ​ທຸກ​ຝ່າຍ​ໃນ​ສັງ​ຄົມ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ

cri
  ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ປະ​ກາດ​ເອ​ກະ​ສານ​,ຮຽກ​ຮ້ອງ​ໃຫ້​ພະ​ຍາ​ຍາມ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງ​ຊາ​ຂອງ​ທຸກ​ຝ່າຍ​ໃນ​ສັງ​ຄົມ​ເຂົ້າ​​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ວ່ອງ​ໄວ​ແລະ​ປອດ​ໃສ.

ເອກະສານ​ສະບັບ​ນີ້​ຊີ້​ອອກ​ວ່າ,ຕ້ອງ​ສືບ​ຕໍ່ກໍ່ສ້າງ​ພັນທະ​ມິດ​ອັນ​ກວ້າງ​ຂວາງ​ທີ່​ສຸດ​ທີ່​ປະ​ກອບ​ດ້ວຍ​ຜູ່​ອອກ​ແຮງ​ງານ​ສັງ​ຄົມ​ນິ​ຍົມ​ທຸກ​ຖ້ວນ​ໜ້າ,​ຜູ່​ຮັກ​ຊາດ​ທີ່​ສະ​ໜັບ​ສະ​ໜູນ​ສັງ​ຄົມ​ນິ​ຍົມ​ແລະ​ຜູ່​ຮັກ​ຊາ​ທີ່​ສະ​ໜັບ​ສະ​ໜູນ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ,​ເຮັດ​ໃຫ້​ພັກ​ກອມ​ມູນິດ​ຈີນ​ກັບ​ບັນດາ​ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ​ແລະ​ບຸກຄົນ​ທີ່ບໍ່​ສັງ​ກັດ​ພັກ​ໃດໆ​ສາ​ມັກ​ຄີ​ກັນ​ຍິ່ງ​ແໜ້ນ​ແຟ້ນ​ກວ່າ​ເກົ່າ,​ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ​ຍິ່ງ​ກົມ​ກຽວ​ກວ່າ​ເກົ່າ,​ການ​ພົວ​ພັນ​ລະ​ຫວ່າງ​ຊົນ​ຊັ້ນ​ຕ່າງໆ​ໃນ​ສັງ​ຄົມ​ໃຫ້​ກົມ​ກຽວ​ກວ່າ​ເກົ່າ,​ສາ​ສະ​ໜາ​ກັບ​ສັງ​ຄົມ​ສັງ​ຄົມ​ນິ​ຍົມ​ສອດ​ຄ່ອງ​ກັນ​ກວ່າ​ເກົ່າ,​ການ​ພົວ​ພັນ​ລະ​ຫວ່າງ​ພີ່​ນ້ອງ​ຮ່ວມ​ຊາດ​ແຜ່ນ​ດິນ​ໃຫຍ່​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ,ມາ​ກາວ,​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ,​ຈີນ​ຕ່າງ​ດ້າວ​ຍິ່ງ​ສະ​ໜິດ​ແໜ້ນ​ກວ່າ​ເກົ່າ.

ເອກະສານ​ຍັງ​ຊີ້​ອອກ​ເປັນ​ພິ​ເສດ​ວ່າ,ຊັ້ນ​ຄົນ​ໃນ​ສັງ​ຄົມ​ໃໝ່​ທີ່​ເກີດ​ຂຶ້ນ​ນັບ​ແຕ່​ຈີນ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້,​ຕົ້ນ​ຕໍ​ແມ່ນ​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ແລະ​ນັກ​ຮຽນ​ຮູ້ທີ່​ປະ​ກອບ​ອາ​ຊີບ​ຢ່າງ​ເສລີ.ພວກ​ເຂົາ​ເຈົ້າ​ແມ່ນ​ຜູ່​ກໍ່​ສ້າງ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ຕ້ອງ​ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ພວກ​ເຂົາ​ເຈົ້າ​ຢ່າງ​ເຕັມ​ສ່ວນ.