ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 19:06:33    
ໃນ 5 ປີຕໍ່ໜ້າ,ຈີນ​ຈະ​ອອກ​ແຮງ​ຊຸກ​ຍູ້​ການ​ພັດທະນາ​ວຽກ​ງານ​ດາວ​ທຽມ​ຖ່າຍ​ທອດ​ສົດ​ແລະ​ໂທລະ​ພາບ​ດີ​ຈີ​ຕອນ​ລະບົບໜ້າດິນ​ຢູ່​ພາກ​ກາງ​ແລະ​ພາກຕາ​ເວັນ​ຕົກ

cri
 ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເສີງ​ຕູ​ຂອງ​ຈີນ​ໃນ​ວັນ​ທີ 29 ພະຈິກ​ນີ້,ທ່ານ​ຮວາງ​ຢົງ ຮອງຫົວໜ້າ​ບັນນາທິການ​ຂອງ​ກົມ​ວິທະຍຸ ຮູບ​ເງົາ ​ໂທລະພາບ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ 5 ປີຕໍ່ໜ້າ,ຈີນ​ຈະ​ຖື​ການ​ສ້າງລາຍການ​ໂທລະພາບ ລະຄອນ​ຮູບ​ເງົາ​ໂທ​ລະ​ພາບ ກາ​ຕູນ​ແລະ​ເນື້ອ​ໃນ​ອື່ນໆ​ເປັນ​ຫລັກ,ປັບປຸງ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ,ອອກ​ແຮງ​ຊຸກ​ຍູ້ສື່​ມວນ​ຊົນ​​ຫລັກ​ເຊັ່ນ​ສະຖານີ​ວິທະຍຸ ​ໂທລະ​ພາບ​ຂັ້ນ​ຕົວ​ເມືອງ​ຂຶ້ນ​ໄປ​ພັດທະນາອິນ​ເຕີ​ເນັດ ​ວິທະ​ຍຸ ​ໂທລະພາບ,ຊຸກ​ຍູ້​ໃຫ້​ໂທລະພາບ​ດີ​ຈີ​ຕອນ​ມີ​ສາຍ ​ໂທລະພາບ​ດີ​ຈີ​ຕອນ​ລະບົບໜ້າດິນ ວຽກ​ງານ​ດາວ​ທຽມ​ຖ່າຍ​ທອດ​ສົດ​ພັດທະນາ​ຢ່າງ​ກົມກຽວ​ຢູ່​ເມືອງ​ນ້ອຍ​ແລະ​ຊົນນະບົດ​ພາກ​ຕາ​ເວັນ​ອອກ ພາກ​ກາງ ພາກ​ຕາ​ເວັນ​ຕົກ.

າ​ຮອດ​ທ້າຍ​ປີ​ກາຍ​ນີ້,ຈີນ​ມີ​ຜູ້​ຊົມ​ໃຊ້​ໂທລະພາບ​ມີສາຍ 128 ລ້ານ​ຄອບຄົວ,ປະຈຸ​ບັນ,ອັດຕາ​ວິທະຍຸ​ໂທລະ​ພາບ​ປົກ​ຄຸມ​ປະຊາກ​ອນ​ໂດຍ​ສັງ​ລວມຂອງ​ຈີນ​​ແມ່ນລື່ນ​ກາຍ 94%​ແລະ 95%.