|
![](/images/spacer.gif) |
(GMT+08:00)
2006-11-30 20:41:42
|
ລົດເກ໋ງຈົ່ງຮວາ 1 ແສນ 5 ໝື່ນ 8 ພັນຄັນຈະສົ່ງໄປເຢຍລະມັນ
cri
ຕາມຂ່າວໜັງສືພິມລື່ນເລີງປັກກິ່ງ: ຫວ່າງກ່ອນນີ້,ກຸ່ມບໍລິສັດລົດຍົນຮວາເສີນຈີນກັບບໍລິສັດຄ້າຂາຍລົດຍົນHSOຂອງເຢຍລະມັນໄດ້ເຊັນສັນຍາສະບັບໜຶ່ງກ່ຽວກັບການສົ່ງອອກລົດຍົນຈົ່ງຮວາ 1 ແສນ 5 ໝື່ນ 8 ພັນຄັນໄປໃຫ້ເຢຍລະມັນ.
ອີງຕາມສັນຍາ,ພາຍໃນ 5 ປີຕໍ່ໜ້າ,ບໍລິສັດລົດຍົນຮວາເສີນຈະແບ່ງເປັນງວດສົ່ງອອກລົດຍົນຈົ່ວຮວາເຫົ່ຼານີ້ເຂົ້າຕະຫລາດເຢຍລະມັນ.ນີ້ແມ່ນຈີນສົ່ງອອກບົດເກ໋ງຍີ່ຫໍ້ຂອງຈີນເອງເທື່ອທຳອິດທີ່ມີຈຳນວນຫລາຍກວ່າໝູ່,ແລະກໍ່ແມ່ນລົດຍົນຈີນສົ່ງໄປຂາຍຢູ່ຕະຫລາດປະເທດທີ່ພັດທະນາແລ້ວເປັນຈຳນວນຫລວງຫລາຍ.
|
|
|