ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 21:08:46    
ທ່ານ​ເວິ່ນ​ເຈ່ຍ​ປາວ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕ່າງໆ​ເຊັ່ນ​ກອງ​ປະ​ຊຸມ​ຜູ່​ນຳ​ອາ​ຊຽນ​ກັບ​ຈີນ​ຍີ່​ປຸ່ນ​ສ.ເກົາ​ຫຼີ​ແລະ​ຢ້ຽມ​ຢາມ​ຟີ​ລິບ​ປິນ

cri
ຕາມ​ຂ່າວCRI,​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ອາ​ໂລ​​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ,​ແຕ່​ວັນ​ທີ11​ຫາ​ວັນ​ທີ14​ທັນວາ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕ່າງໆ​ເຊັ່ນ​ກອງ​ປະຊຸມ​ຜູ່​ນຳ​ອາ​ຊຽນ​ກັບ ຈີນ​ ຍີ່​ປຸ່ນ ສ.​ເກົາ​ຫຼີ​ຄັ້ງ​ທີ10 ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ​ບູຂອງ​ຟີ​ລິບ​ປິນ​ແລະ​ຈະ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ.

ນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະ​ກາດ​ຂ່າວ​ດັ່ງກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ30​ພະຈິກ​ນີ້.ນາງ​ຈ່ຽງ​ຢູ​ກ່າວ​ວ່າ,ທ່ານ​ເວິ່ນ​ເຈ່ຍ​ປາວ​ຍັງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ່​ນຳຈີນ​ອາ​ຊຽນຄັ້ງ​ທີ10​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ​2 ​ແລະ​ເປັນ​ປະທານ​ຂອງ​ກອງ​ປະຊຸມ​ຜູ່​ນຳ​ຈີນ,ຍີ່​ປຸ່ນ ສ.​ເກົາ​ຫຼີ​ຄັ້ງ​ທີ​7.

ນາງ​ຈ່ຽງຢູ​ແນະນຳ​ວ່າ,​ໃນ​ກອງ​ປະຊຸມ​ຜູ່​ນຳ​ຈີນ​ອາຊຽນຄັ້ງ​ນີ້,ຈີນ​ກັບ​ອາ​ຊຽນ​ຈະ​ຕັ້ງ​ໜ້າ​ຫາ​ລື​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ປີ​ໜ້າ,​ແລະ​ສະ​ເໜີ​ຂໍ້​ລິ​ເລີ່ມ​ອັນ​ລະ​ອຽດ​ຕ່າງໆ​ເພື່ອ​ປັບ​ປຸງ​ແລະ​ຍົກ​ລະດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.