ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-01 18:40:11    
ຜູ່​ນຳ​ຈີນ​ສົ່ງ​ໂທລະ​ເລກ​ອວຍ​ພອນ​ວັນ​ຊາດ​ລາວ

cri
ຕາມ​ຂ່າວCRI,ວັນ​ທີ2​ທັນວາ​ແມ່ນ​ວັນຊາດ​ຂອງສາທາລະນະ​ລັດ​ປະຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ.​ວັນ​ທີ1​ທັນວານີ້,ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ, ທ່ານ​ອູ​ປາງ​ໂກວ ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຕ່າງ​ກໍ່​ໄດ້​ສົ່ງ​ໂທລະ​ເລກ​ມາຍັງ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ ປະທານ​ປະ​ເທດ​ລາວ ທ່ານ​ທອງ​ສິງ ທຳ​ມະ​ວົງ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົ​ກລັດຖະມົນຕີລາວ ​ເພື່ອ​ອວຍ​ພອນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິປະ​ໄຕ​ປະຊາຊົນ​ລາວ​ສະຖາປະນາ​ຄົບຮອບ31​ປີ.

ໂທລະ​ເລກ​ອວຍພອນ​ຂຽນ​ວ່າ,​ໃນ31​ປີ​ຜ່ານ​ມາ,ໃຕ້​ການ​ນຳພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​,​ປະ​ຊາ​ຊົນ​ລາວ​ໄດ້​ຮັບ​ຜົນ​ສຳ​ເລັດ​​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​, ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,ການ​ເມືອງ​ແລະ​ສັງຄົມ​ຂອງ​ລາວ​ມີ​ຄວາມ​ໝັ້ນ​ຄົງ,​ເສດ​ຖະ​ກິດ​ມີ​ການ​ພັດ​ທະ​ນາ,​ການ​ຕ່າງປະ​ເທດດຳ​ເນີນ​ໄປ​ຢ່າງ​ຫ້າວຫັນ,​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.ພັກ ລັດ​ແລະ​ປະ​ຊາ​ຊົນ​ຈີນ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຢ່າງ​ຈິງ​ໃຈ​ຕໍ່​ເລື່ອງ​ນີ້.

ໂທລະ​ເລກ​ອວຍພອນຂຽນ​ວ່າ,ພັກ​ແລະ​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວພັນ​ຈີນ​ລາວ,ຍິນ​ດີ​ຊຸກ​ຍູ້​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ຈີນ​ລາວ,ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສ່ວນໃນວັນ​ທີ1​ທັນວານີ້,ທ່ານ​ລີ​ຈ້າວ​ຊິງ ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ຈີນ​ກໍ່​ໄດ້​ສົ່ງ​ໂທ​ລະ​ເລກມາຍັງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ເພື່ອ​ອວຍ​ພອນ​ວັນຊາດ​ລາວເຊັ່ນ​ດຽວ​ກັນ.