ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-05 11:06:44    
ຂ່າວ​​ກິລາ​ເອຊຽນ​ເກ​ມ​ໃນ​ວັນ​ທີ 5 ທັນ​ວາ

cri
ຕາມ​ຂ່າວcri: ວັນ​ທີ 4 ທັນວານີ້,ການ​ແຂ່ງຂັນ​​ກິລາ​ເອຊຽນ​ເກ​ມທີ່​​ໂດ​ຮາສືບຕໍ່ຈັດ​ຂຶ້ນ,ພາຍຫລັງ​ການ​ແຂ່ງຂັນ​ໃນ​ມື້ນັ້ນສິ້ນ​ສຸດ​ລົງ​ແລ້ວ,ຄະນະ​​ນັກ​ກິລາ​ຈີນ​ໄດ້​ຫລຽນ​ຄຳ 38 ຫລຽນ,ຫລຽນ​ເງິນ 20 ຫລຽນ​ແລະ​ຫລຽນ​ທອງ 11 ຫລຽນ,ສືບ​ຕໍ່​​ເປັນ​ຜູ້ນຳ​ໜ້າ​ໃນ​ຕາຕະລາງ​ຫລຽນ.

ການ​ແຂ່ງຂັນ​ໃນ​ມື້ນັ້ນມີ​ຫລຽນ​ຄຳ 28 ຫລຽນ,ນັກ​ກິລາ​ຈີນ​ຊິງ​ໄດ້ 9 ຫລຽນ:ຄື​ຫລີ​ວກ່າງ​ຊິງ​ໄດ້​ຫລຽນ​ຄຳ​ໃນ​ການ​ແຂ່ງຂັນນອນ​ໝູບ​ຍິງ​ປືນ​ເຫັຼກຍາວ​ໄລຍະ​ໄກ 50 ​ແມັດ​ເພດ​ຊາຍ,ສູ​ຫວນ​ໄດ້​ຫລຽນ​ຄຳ​ໃນ​ການ​ແຂ່ງຂັນ​ຍິງ​ເປົ້າ​ເຄື່ອນ​ທີ່​ໄກ 10 ​ແມັດ​ເພດ​ຍິງ,ຈ້າວ​ຈິງ​ແລະ​ກາວ​ຊ້າງ​ໄດ້​ຫລຽນ​ຄຳ​ແລະ​ຫລຽນ​ເງິນ​ຂອງ​ລາຍການ​ລອຍ​ນ້ຳ​ແບບ​ຫງາຍ 50 ​ແມັດ​ເພດ​ຍິງ,ຢາງ​ເຈ​ຊ້ຽວ​ແລະ​ຈູ​ເວີນ​ຢຸ້ຍ​​ໄດ້​ຫລຽນ​ຄຳ​ແລະ​ຫລຽນ​ເງິນ​ໃນ​ລາຍການ​ລອຍ​ນ້ຳ​ແບບ​ເສລີຫລືຟຣີສະ​ຕາຍ 400 ​ແມັດ​​ເພດ​ຍິງ,ຢາງ​ເວີຍ​ແລະ​ເຫີ​ນິງຕ່າງ​ກໍ່ໄດ້​ຫລຽນ​ຄຳ​ເກັ່ງ​ຮອບດ້ານ​ໃນ​ລາຍການ​ກາຍຍະກຳ​ເພດ​ຊາຍ​ແລະ​ເພດ​ຍິງ,ຫລີ​ວຫົງ​ເຊ່ຍ​ໄດ້​ຫລຽນ​ຄຳ​ໃນ​ການ​ຍົກ​ນ້ຳໜັກລຸ້ນ 69 ກິ​ໂລ​ເພດ​ຍິງ,ລີ​ຫົງ​ລີ້​ໄດ້​ຫລຽນ​ຄຳ​ໃນ​ການ​ຍົກ​ນ້ຳໜັກລຸ້ນ 77 ກິ​ໂລ​ເພດ​ຊາຍ,ສູ​ອຽນ​ໄດ້​ຫລຽນ​ຄຳ​ໃນ​ກິລາ​ຢູ​ໂດລຸ້ນ 57 ກິ​ໂລ​ເພດ​ຍິງ.

ນອກ​ນີ້,​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳ​ໃນ​ມື້ນັ້ນ,ທີ​ມຍີ່​ປຸ່ນ​ໄດ້​ຫລຽນ​ຄຳ 4 ຫລຽນ,​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ລຸ້ນ 63 ກິ​ໂລ​ເພດ​ຍິງ,ປະ​ວິນາ ທອງ​ສຸກ ນັກ​ກິລາ​​ໄທ​ໄດ້​ທຳລາຍ​ສະຖິຕິ​ໂລກ​ໃນກິລາ​ຍົກນ້ຳໜັກ,​ແລ້ວໄດ້​ຫລຽນ​ຄຳ,ນັກ​ກິລາກາ​ຕາ​ເປັນ​ທີ​ສາມ​ໃນ​ການ​ແຂ່ງຂັນ​ຍິງ​ເປົ້າ​ເຄື່ອນ​ທີ່​ໄກ 10 ​ແມັດ​ເພດ​ຍິງ,ນີ້​ແມ່ນ​ເຈົ້າພາບ​ໄດ້​ຫລຽນ​ທຳ​ອິດ​ໃນ​ງານ​ກິລາ​ເອຊຽນ​ເກ​ມຄັ້ງນີ້.
ການ​ແຂ່ງຂັນ​ໃນ​ວັນ​ທີ 5 ທັນວາ​ນີ້​ຈະມີ​ຫລຽນ​ຄຳ 36 ຫລຽນ,​ແມ່ນ​ມື້ໜຶ່ງ​ທີ່​ມີ​ຫລຽນ​ຄຳ​ຫລາຍ​ກວ່າ​ໝູ່.