ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-05 16:20:47    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ສ.​ເກົາ​ຫຼີ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວCRI,​ວັນ​ທີ4​ທັນວາ​ນີ້​ຢູ່​ປັກ​ກິ່ງ,​ທ່ານ​ຖາງ​ເຈ່ຍ​ຊວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ສ.​ເກົາຫຼີ​ທຳ​ຄວາມ​ພະຍາ​ຍາມ,​ສືບ​ຕໍ່​ເຈ​ລະ​ຈາ​ແລະ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,​ຮັກ​ສາ​ສັນຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.

ທ່ານ​ຖາງ​ເຈ່ຍ​ຊວນ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ຈູງ​ດົງ​ຢົງ ອະ​ດີດ​ປະ​ທານ​ພັກ​ເຢລິນ​ອຸ​ລິ​ຕັງ​ຂອງ​ສ.​ເກົາຫຼີ​ທີ່​ມາ​ຢ້ຽມ​ຢາມ.​ທ່ານ​ຖາງ​ເຈ່ຍ​ຊວນ​ເວົ້າ​ວ່າ,​ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ພົວພັນ​ຈີນ​ສ.​ເກົາຫຼີ,​ຍິນ​ດີ​ພ້ອມ​ກັນ​ກັບ​ສ.​ເກົາຫຼີ​ພະຍາ​ຍາມ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບສ.​ເກົາຫຼີ​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ຈູງ​ດົງ​ຢົງ​ເວົ້າ​ວ່າ,​ຝ່າຍ​ສ.​ເກົາຫຼີ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຊຸກ​ຍູ້​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ,​ຈະ​ຍຶດໝັ້ນ​ຫຼັກ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີ,​ພ້ອມກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຊຸກ​ຍູ້​ບັນ​ຫາ​ດັ່ງ​ກ່າວ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ.