ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-05 16:32:50    
ຫາງ​ສຽງ​ຮົງ​ກົງ​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງ​ທ່ານ​ອູ​ປາງ​ໂກ

cri Author: da

ໜັງສືພິມ​ເຢິນມິນ​ຢື້​ປ້າວ​ລາຍ​ງານ​ວ່າ, "ງານ​ວາງສະ​ແດງ​ໂທລະ​ຄົມ​ໂລກ​ປີ2006"​ໄດ້ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ວັນ​ທີ 3 ທັນວາ​ນີ້,ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ແລະ​ກ່າວ​ປາຖະກະຖາ,ອັນ​​ໄດ້​ກາຍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ຫາງ​ສຽງ​ຮົງ​ກົງ​ໃນ​ວັນ​ທີ 4 ທັນວານີ້.

ບົດ​ນຳ​ຂອງໜັງສືພິມ​ເວີນ​ຮຸ້ຍປ້າວຂຽນ​ວ່າ,ການ​​ປາຖະກະຖາ​ຂອງ​ທ່ານ​ອູ​ປາງ​ໂກ​ໄດ້​ຢືນຢັນ​ແລະ​ໂຄສະນາໝາກຜົນ​ອັນ​ໃຫຍ່​ຫຼວງ​ຂອງ​ຮົງ​ກົງ​ທີ່​ໄດ້​ຮັບ​ນັບ​ແຕ່ກັບ​ຄືນ​ສູ່​ປະ​ເທດຊາດ 9 ປີ​ມາ​ນີ້​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຊາບ,​ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສູນ​ກາງ​ເອົາ​ໃຈ​ໃສ່​ແລະສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່ຮົງ​ກົງ ແລະມີ​ຄວາມ​ຕັດສິນ​ໃຈ​​ທີ່​ຈະປົກ​ປັກ​ຮັກສາຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ແລະສະຖຽນ​ລະ​ພາບ​​ອັນ​ຍາວ​ນານ​ຂອງ​ຮົງ​ກົງ,ນີ້​ຈະ​ຊ່ວຍ​ໃຫ້​ປະຊາ​ຄົມ​ໂລກເພີ່ມ​ທະວີ​ຄວາມໝັ້ນ​ໃຈ​ຕື່ມ​ອີກຕໍ່​ການ​ພັດທະນາ​ຂອງ​ຮົງ​ກົງໃນ​ອະນາຄົດ​.

ມື້​ດຽວ​ກັນ ໜັງສືພິມ​ຕ້າ​ກົ່ງ​ປ້າວ ໜັງສືພິມ​ມິ​ງປ້າວ ໜັງສືພິມ​ຊິ່ງ​ເຕົາ​ຢື້​ປ້າວ ​ແລະ​ໜັງສືພິມ​ຕົ່ງ​ຟ່າງ​ຢື້​ປ້າວ​ກໍ​ພາກັນ​ພິມ​ບົດ​ນຳ​ຊີ້​ອອກ​ວ່າ,ງານ​ວາງສະ​ແດງ​ໂທລະ​ຄົມ​ໂລກ​ ຈັດ​ຂຶ້ນ​ຢູ່​ຮົງ​ກົງນັ້ນ ຕົ້ນຕໍ​ແມ່ນ​ຍ້ອນ​ປັດ​ໄຈ​​ໃຫຍ່ສາມ​ຢ່າງ​ເຊັ່ນ:​ ການ​ສະໜັບສະໜູນ​ສຸດ​ຂີດ​ຈາກລັດຖະບານຈີນ ​ໂອກາດ​ການ​ຄ້າ​ອັນ​ໃຫຍ່​ຫຼວງ​ໃນ​ຕະຫຼາດ​ໂທລະ​ຄົມ​ຈີນ ​ແລະຮົງ​ກົງ​​ເປັນ​​ຂົວ​ຕໍ່​ເພື່ອ​ເຂົ້າ​ເຂດ​ໃນຈີນ​​.