ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-10 18:38:20    
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ຊັບພະຍາກອນ​ວັດທະນະທຳ​ດັ້ງ​ເດີມ ຄັ້ງປະຖົມມະ​ລືກຂອງອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໂລກ​​ຈະ​ຈັດ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ​: ກອງ​ປະຊຸມ​ສຳ​ມະ​ນາລະຫວ່າງ​ພາກ​ພື້ນ​ກ່ຽວຄວາມ​ຮູ້ດັ້ງ​ເດີມ ການ​ບັນ​ລະ​ຍາຍ​ວັດທະນະທຳ​ດັ້ງ​ເດີມ​ແລະ​ຊັບພະຍາກອນ​ສືບ​ທອດຂອງ​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເຈິ້ງ​ໂຈ​ວ​ແຂວງ​ເຫີ​ນານ​​ຈີນ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ທັນວາ,ຜູ້​ຊ່ຽວຊານ​ເກືອບ 40 ຄົນ​ຈາກ​ຈີນ​ແລະ​ຕ່າ​ງປະ​ເທດ​ຈະ​ປຶກສາ​ຫາລື​ກັນ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ​ຈັດ​ກອງ​ປະຊຸມ​ສາກົນ​ຂະໜາດ​ໃຫຍ່​ກ່ຽວກັບ​ບັນຫາ​ປະ​ເພດ​ນີ້​.ຫວ່າງ​ກ່ອນ​ນີ້,ຢູ່​ນະຄອນ​ເຈິ້ງ​ໂຈ​ວ,ທ່ານ​ລູ​ໂກ​ລຽງ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນທີ່​ສັງກັດ​ກົມ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ແນະ​ນຳ​ວ່າ,ກອງ​ປະຊຸ​ມ​ເທື່ອ​ນີ້​ຈະ​ຫວນ​ຄືນ​ວິວັດທະນາ​ການ​​ສາກົນ​ແລະ​ພາກ​ພື້ນຂອງ​ຄວາມ​ຮູ້​ດັ້ງ​ເດີມ ການ​ບັນ​ລະ​ຍາຍ​ວັດທະນະທຳ​ດັ້ງ​ເດີມ​ແລະ​ຊັບພະຍາກອນ​ສືບ​ທອດ,​ແລະ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ຂອງ​ສາກົນ​ຈາກ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ,ກ່າຍ​ຂົວ​ອັນບັງ​ເກີດ​ຜົນ​ໃຫ້​ແກ່​ການ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ ການ​ແລກປ່ຽນ​ແລະ​ການ​ຊອກ​ຄົ້ນ​ລະຫວ່າງ​ພາກ​ພື້ນ​ອາຊີ​ປາ​ຊິ​ຟິກກັບ​ພາກ​ພື້ນ​ອື່ນໆ.