ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-12 16:48:44    
ຜູ້​ຊ່ຽວຊານ​ເຫັນ​ວ່າ,ການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່ແມ່ນ​ວັດຖຸຂອງຈີນຄວນສະກັດກັ້ນການທຳລາຍ​ໃນ​ນາມ​ການກໍ່ສ້າງ

cri
ຕາມ​ຂ່າວສາ​ນຊິນຮວາ:ວັນ​ທີ 11 ທັນວາ,ຢູ່​ປັກ​ກິ່ງ,ທ່ານ​ວາງ​ເວີນ​ຈາງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິນລະປະ​ຈີນ​ໄດ້​ຮຽກຮ້ອງ​ວ່າ,​ໃນ​ວຽກງານ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດ​ຖຸຂອງ​ຈີນ, ຄວນ​ສະກັດ​ກັ້ນການ​ທຳລາຍ​​ດ້ວຍ​ຂໍ້​ອ້າງ​ເພີ່ມ​ທະວີ​ການ​ອະນຸລັກ​ແລະ​ພັດທະນາ​.

ທ່ານ​ວາງ​ເວີນ​ຈາງ​ເວົ້າວ່າ,​ການ​ດັດ​ແປງ​ການ​ຮ້ອງ​ແລະ​ຟ້ອນດັ້ງ​ເ​ດີ​ມ​ໃນ​ລະດັບ​ຕ່ຳເພື່ອ​​ພັດທະນາ​ການທ່ອງທ່ຽວ,ການ​ມ້າງ​ບ້ານ​ເກົ່າ​ສ້າງ​ບ້ານ​ໃໝ່​ ບໍ່​ຕັ້ງໜ້າ​ອະນຸລັກ​ມໍລະດົກ​ວັດທະນະທຳ​​ແລະ​ປະກົດ​ການ​ອື່ນໆ,​ເຊິ່ງ​ແຕ່​ທາງ​ນອກ​ແລ້ວ,ຄື​ວ່າ​ແມ່ນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂຄງການ​ທີ່​ຖືກ​ອະນຸ​ລັກ,​ແຕ່​ທີ່​ຈິງ​ແລ້ວ​ພັດ​ແມ່ນ​ການ​ທຳລາຍ​ມໍ​ລະ​ດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​.ທ່ານ​ສະ​ເໜີ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ກວດ​ເຫັນ​ແລະ​ດັດ​ແກ້​ບັນຫາ​ດັ່ງກ່າວ​ຢ່າງ​ທັນ​ການ​ໃນ​ການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ.