ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-13 19:23:11    
ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຮ່ວມ​ມື​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ອີກ

cri
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,10 ກະຊວງ​ແລະ​ຄະນະ​ກຳມະການ​ທຽບ​ເທົ່າ​ເຊັ່ນ​ກະຊວງ​ວັດທະນະທຳ​ແລະ​ສຳນັກງານ​ໃຫຍ່​ຖະ​ແຫລ​ງຂ່າວ​ແລະ​ພິມ​ຈຳໜ່າຍ​ແຫ່​ງຊາດ​ຈີນ​ເປັນ​ຕົ້ນ​ໄດ້​ຮ່ວມ​ກັນ​ດຳ​​ເນີນ​ການ​ເຄື່ອນ​ໄຫວປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ອີກ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຮັບ​ຂ່າວ​ຈາກ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ທັນວາ.ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ມີ​ຈຸດປະສົງ​ເພີ່ມ​ທະວີ​ການ​ຕິດຕາມ​ແລະ​ຄຸ້ມ​ຄອງ​ປະຈຳ​ວັນ,​ແລະ​ຍົກ​ຄວາມ​ຕື່ນ​ຕົວ​ຂອງ​ປະຊາຊົນ​ໃນ​ການ​ໃຊ້​ຜະລິດ​ຕະພັນ​​ແທ້​ແລະ​ຂວ້ຳ​ບາດ​ຜະລິດ​ຕະພັນ​ທີ່​ລັກ​ລອກ​ແບບ.

ຕາມ​ຮູ້​ວ່າ,ຈຸດ​ໜັກ​​ໃນ​ການ​ໂຈມ​ຕີ​ຂອງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້ກວມ​ທັງ​ຕັດ​ຕ່ອງ​ໂສ້​ການ​ຜະລິດ ການສະໜອງ​ແລະ​ການຈຳໜ່າຍ​ຜະລິດ​ຕະພັນ​ທີ່​ລັກລອກ​ແບບ,​ໂຈມ​ຕີ​ການ​ຄ້າ​ຊີ​ດີ ວິ​ຊີ​ດີ​ເຖື່ອນ​ແລະ​ການ​ຄ້າ​ອຸປະກອນ​ລ​ອກ​ແບບ​ເຖື່ອນ;ຍຸບ​ການ​ຄ້າຂາຍ​ແບບ​ເຄື່ອນ​ທີ່,​ເພີ່ມ​ການ​ຕິດຕາມ​ແລະ​ຄຸ້ມ​ຄອງ​ປະ​ຈຳ​ວັນ,​ແລະ​ຜ່ານ​ການ​ຊຸກ​ຍູ້​ການ​ພັດທະນາ​ຜະລິດ​ຕະພັນ​ແທ້,ຍົກ​ອັດຕາ​ກວມ​ຕະຫລາດ​ຂອງ​ຜະລິດ​ຕະພັນ​ແທ້.