ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-13 22:30:14    
ຄະ​ນະ​ຜູ່​ແທນ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ດ້ານ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ

cri
ຕາມຂ່າວສານຊິນຮວາ,ຕອນບ່າຍວັນທີ13ທັນວານີ້,ທ່ານແຮນລີ ໂພຊັນລັດຖະມົນຕີ ວ່າການກະຊວງການເງິນອາເມລິກາໄດ້ນຳພາຄະນະຜູ່ແທນເຈົ້າໜ້າທີ່ອາວຸໂສອາເມ
ລິກາເດີນທາງມາຮອດປັກກິ່ງ,ເພື່ອເຂົ້າຮ່ວມການເຈລະຈາເສດຖະກິດດ້ານຍຸດທະ
ສາດຈີນອາເມລິກາຄັ້ງທຳອິດທີ່ຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ14ຮອດວັນທີ15ທັນວານີ້.

ການເຈລະຈາເສດຖະກິດດ້ານຍຸດທະສາດຈີນອາເມລິກາມີລະດັບສູງສຸດໃນກົນໄກປຶກ
ສາຫາລືລະຫວ່າງຈີນອາເມລິກາປັດຈຸບັນ.ແລະກໍແມ່ນການເຄື່ອນໄຫວແລກປ່ຽນລະ
ຫວ່າງເຈົ້າໜ້າທີ່ຊີ້ນຳວຽກງານເສດຖະກິດຈີນອາເມລິກາທີ່ມີລະດັບສູງສຸດໃນປະຫວັດ
ສາດ. ນາງ​ອູອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ໂພ​ຊັນ​ຕ່າງ​ຈະ​ເປັນ​ຜູ່​ຕາງໜ້າ​ພິ​ເສດ​ປະ​ມຸກ​ລັດ​ຂອງ​ປະ​ເທດ​ຕົນ​ ເປັນ​ປະ​ທານ​ຄູ່​ຂອງ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ,​ລັດ​ຖະ​ມົນ​ຕີ​ແລະ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກະ​ຊວງ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ພົບ​ປະ​ຄະ​ນະ​ຜູ່​ແທນ​ຂອງ​ອາ​ເມ​ລິ​ກາ.