ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 18:43:02    
ຈີນ​ຍິນ​ດີ​ສືບຕໍ່ພະຍາຍາມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ບັນຫາ​ດາ​ຟູ​ໄດ້​ຮັບ​ການ​​ແກ້​ໄຂ​ຢ່າງ​ເໝາະ​ສົມ​ໂດຍ​ໄວ

cri
ຕາມ​ຂ່າວcri: ວັນ​ທີ 14 ທັນວາ,ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ສືບຕໍ່​ຜ່ານ​ຈາກການ​ເຈລະຈາ ​ແລກປ່ຽນ​ຄວາມ​ເຫັນ​ກັນ​ແລະ​ປຶກສາ​ຫາລື​ກັນ​ມາ​ຊຸກ​ຍູ້​ໃຫ້​ບັນຫາ​ດາ​ຟູ​​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມໂດຍ​ໄວ,​ແລະ​ຍິນ​ດີ​ສືບຕໍ່ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ເລື່ອງ​ນີ້.

ທ່ານ​ຊິນ​ກ່າງ​ແມ່ນ​ສະ​ແດງ​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ໃນ​ກອງ​ປະຊຸມ​ຂ່າວ.

ທ່ານ​ເວົ້າວ່າ,ຝ່າຍ​ຈີນ​ສຸດ​ທີ່ເອົາ​ໃຈ​ໃສ່​ນຳ​ການ​ແກ້​ໄຂ​ບັນຫາ​ດາ​ຟູ​ໂດຍ​ຕະຫລອດ,​ແລະ​ຕັ້ງໜ້າສະໜອງ​ການ​ຊ່ອຍ​ເຫືຼອມະນຸດສະທຳ​ແກ່​ເຂດ​ຕາ​ຟູ,ຝ່າຍ​ຈີນ​ຊົມ​ເຊີຍ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ປຶກສາ​ຫາລື​ແລະຕິດຕໍ່ພົວພັນ​ກັນ​ທີ່​ມີ​ລັກສະນະ​ສ້າງສັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊູ​ດັງ​ກ່ຽວ​ກັບ​ບັນຫາ​ດາ​ຟູ.