ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 18:49:36    
ທ່ານ​ຊິນ​ກ່າງ​ກ່າ​ວວ່າ,ການຮ່ວມ​ມືລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຟລິ​ກາ​ລວມທັງ​ອາ​ຟລິ​ກາ​ໃຕ້​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

cri
ຕາມ​ຂ່າວcri: ວັນ​ທີ 14 ທັນວາ,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຟລິ​ກາ​ລວມທັງ​ອາ​ຟລິ​ກາ​ໃຕ້​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,​ແມ່ນ​ຖື​ການ​ບັນລຸ​ການ​ຊະນະ​ພ້ອມກັນ​ເປັນ​ຈຸດປະສົງ.

ຫວ່າງ​ມໍ່ໆ​ນີ້,ຢູ່ສັງຄົມ​ຝ່າຍ​ຕາ​ເວັນ​ຕົກ​ມີ​ຄົນ​ເວົ້າວ່າ,ຈີນ​ຂະ​ຫຍາ​ຍການ​ພົວພັນ​ຮ່ວມ​ມື​ກັບ​ອາ​ຟລິ​ກາ​ໃຕ້​ແມ່ນ​ປະກົດ​ການຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ.ທ່ານ​ຊິນ​ກ່າງ​ແມ່ນ​ສະ​ແດງ​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຕີ​ໂຕ້​ຖ້ອຍ​ຄວາມ​ດັ່ງກ່າວ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,ອາ​ຟລິ​ກາ​ມີ​ທ່າ​ແຮງ​ດ້ານ​ຊັບພະຍາກອນ,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຟລິ​ກາ​ມີ​ຜົນ​ດີ​ຕໍ່​ອາ​ຟລິ​ກາ​ຫັນ​ທ່າ​ແຮງ​ດ້ານ​ຊັບພະຍາກອນ​ເປັນ​ທ່າ​ແຮງ​ດ້ານ​ການ​ພັດທະນາ.ອິດ​ທິກຳລັງ​ໃດໆ​ລ້ວນ​ແຕ່​ຈະ​ກີດຂວາງ​ກະ​ແສ​ຍຸກ​ສະ​ໄໝ​ທີ່​ຈີນ​ອາ​ຟລິ​ກາ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຮ່ວມ​ມືນັ້ນບໍ່​ໄດ້,ຖ້ອຍ​ຄວາມ​ໃດໆ​ທີ່​ຍຸ​ແຍ່​ການ​ພົວພັນ​ຈີນ​ອາ​ຟລິ​ກລ້ວ​ນ​ແຕ່​ຈະ​ບໍ່​ເພີງ​ປາຖະໜາ​ຂອງ​ປະຊາຊົນ​ອາ​ຟລິ​ກາ.