ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 19:33:37    
ການ​​ເຈລະຈາເສດຖະກິດດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງທຳ​ອິດ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວcri:ວັນ​ທີ 14 ທັນວາ,ການ​​ເຈລະຈາເສດຖະກິດດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ຫົວ​ຂໍ້​ຫລັກ​ຂອງ​ການ​ສົນທະນາ​ແມ່ນ "​ເສັ້ນທາງ​ພັດທະນາ​ຂອງ​ຈີນ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ຈີນ".ຈີນ​ອາ​ເມ​ລິ​ກາ​ທັງ​ສອງ​ຝ່າຍ​ຈະ​ລົງ​ເລິກ​ຄົ້ນຄວ້າ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ ການ​ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ພ້ອມ​ດ້ວຍ​ພະລັງງານ​ແລະ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີ​ຈີນແລະ​ກທ່ານ​​ເຮ​ນຣີ ​ປາວ​ເຊີນ ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ເປັນ​ປະທານ​ການ​​ເຈລະຈາ​ເທື່ອ​ນີ້​ໃນ​ນາມ​ເປັນ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ປະ​ມຸກ​ລັດ​ປະ​ເທດ​ຕົນ.​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ,ນາງ​ອູ​ອີ​ເວົ້າວ່າ,ສອງ​ຝ່າ​ຍ ຄວນດຳ​ເນີນ​ການ​ສົນທະນາ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ​ແລະ​ຕິດ​ແທດ​ຕົວ​ຈິງ,​ເອົາ​ຄວາມ​ຍາວ​ໄກ​ກັບ​ຄວາມ​ເປັນ​ຈິງ ຍຸດ​ທະ​ສາດ​ກັບ​ຮູບ​ປະ​ທຳ ພາກສ່ວນ​ທັງ​ໝົດ​ກັບ​ພາກສ່ວນ​ໜຶ່ງ​ປະສານ​ສົມທົບ​ກັນ​ຢ່າງ​ພໍ​ດ້າມ​ພໍດີ,ພະຍາຍາມ​ສະ​ແຫວ​ງຫາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ທີ່​ຊະນະ​ທັງ​ສອງ​ຝ່າຍ,​ເຮັດ​ໃຫ້ການ​ເຈລະຈາ​ໄດ້​ຮັບ​ຜົນສຳ​ເລັດ,ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​​ແກ່​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ.

ທ່ານ​ປາວ​ເຊີນ​ເວົ້າວ່າ,ອາ​ເມລິ​ກາ​ຈີນ​ມີ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ຮ່ວມ​,ຈີນ​ໄດ້​ເຊື່ອມ​ໂຍງ​ເຂົ້າລະບົບ​ເສດຖະກິດ​ໂລກ​ແລ້ວ,ຝ່າຍ​ອາ​ເມ​ລິ​ກາ​ຫວັງ​ຢາກ​ສ້າງ​ການ​ພົວພັນ​ດ້ານເສດຖະກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ຊະນະ​ທັງ​ສອງ​ຝ່າຍ​ກັບ​ຈີນ.

​ໃນ​ກອງ​ປະຊຸມ​ຫົວ​ຂໍ້​ສະ​ເພາະ​ທີ່​ຈັດ​ຂຶ້ນ​ຫລັງ​ຈາກ​ນັ້ນ,ນາງ​ອູ​ອິ​ໄດ້​ກ່າວ​ສູນ​ທອນ​ພົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ "​ເສັ້ນທາງ​ພັດທະນາ​ຂອງ​ຈີນ."