ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 20:56:15    
ຈີນ​ຈະ​ອຳນວຍ​ຄວາມ​ສະດວກ​ຫລາຍ​ກວ່າ​ເກົ່າ​ໃຫ້​ແກ່​ຕ່າງປະ​ເທດລົງທຶນ​ໃນ
​ຂົງ​ເຂດຄົ້ນຄວ້າ​ພັດທະນາ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 14 ທັນວາ,ຢູ່​ປັກ​ກິ່ງ,ທ່ານ​ຊຸນ​ເຜີ​ງ ຮອງ​ຫົວໜ້າ​ກົມ​ທຶນ​ຕ່າງປະ​ເທດ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ວິ​ສາ​ຫະກິດ​​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ອົງ​ກອນ​ຫລັກ​ຂອງ​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ,ຈີນ​ຈະ​ອຳນວຍ​ຄວາມ​ສະດວກ​ຫລາຍ​ກວ່າ​ເກົ່າ​ໃຫ້​ແກ່​​ຕ່າງປະ​ເທດ​ລົງທຶນ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ພັດທະນາ.

​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ສາກົນ​​ການ​ຄົ້ນຄວ້າ​ພັດທະນາໂລກາ​ພິວັດທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຊຸນ​ເຜີ​ງ​ເປີດ​ເຜີ​ຍວ່າ,ຈີນ​ສົ່ງ​ເສີມ​ນັກທຸລະກິດ​ຕ່າງປະ​ເທດ​ສ້າງ​ສູນ​ຄົ້ນຄວ້າ​ພັດທະນາ​ທົ່ວ​ໂລກ​ແລະ​ພາກ​ພື້ນ​ຂອງ​ຕົນ​ຢູ່​ຈີນ,ດຳ​ເນີນ​ການ​ຮ່ວມ​ມືດ້ວຍ​ຫລາຍ​ຮູບ​ການ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຂອງ​ຈີນ.ກະຊວງ​ການ​ຄ້າ​ຈີນ​ພວມ​ຄົ້ນ​ວຄວ້າວາງ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ,​ແກ້​ໄຂ​ບັນຫາ​ຂອງ​ສູນ​ຄົ້ນຄວ້າ​ພັດທະນາ​​ຕ່າງປະ​ເທດ​ໃນ​ການ​ນຳ​ເຂົ້າວັດຖຸ​ດິບ ການ​​ແຈ້ງດ່ານ​ພາສີ​ແລະ​ການ​ຮັບ​ສະໝັກພະນັກງານ​ເປັນ​ຕົ້ນ.

ປະຈຸ​ບັນ,​ໃນ​ບໍລິສັດ​ທີ່​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ຄົ້ນ​ຄວ້າ​ພັດທະນາ​ຫລາຍ​ກວ່າ​ໝູ່​ໃນ​ໂລກ​ມີ​ກວ່າ​ເຄິ່ງໜຶ່ງ​ເລີ່​ມດຳ​ເນີນ​ການ​ຄົ້ນຄວ້າ​ພັດທະນາ​ຢູ່​ຈີນ.ຕາມ​ການ​ສຳ​ຫລວດ​ຂອງ​ສະພາການ​ຄ້າ​ແລະ​ການ​ພັດທະນາຂອງ​ສະຫະ​ປະຊາ​ຊາດ,ມີ​ບໍລິສັດ​ຂ້າມ​ຊາດ​ຫລາ​ຍກວ່າ​ 60%ຖື​ຈີນ​ເປັນ​ບ່ອນ​ເລືອກ​ເຟັ້ນກ່ອນ​ໝູ່​ຂອງ​ຕົນ​ໃນ​ການ​ເລືອກ​ເອົາບ່ອນ​ຄົ້ນຄວ້າ​ພັດທະນາ​ຢູ່​ຕ່າງປະ​ເທດ​​ແຕ່​ປີ 2005 ຫາ​ປີ 2009.