ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 21:21:32    
ຄະນະ​ກິລາ​ຈີນ​ກ່າວ​ວ່າ,ຜົນສຳ​ເລັດ​ຂອງງານ​ເອຊຽນ​ເກ​ມ​ໂດ​ຮາ​​ແມ່ນ​ກຽດ​ສັກ​ສີ​ຮ່ວມ​ຂອງ​ອາຊີ

cri

ຕາມ​ຂ່າວcri: ວັນ​ທີ 15 ທັນ​ວານີ້,ທ່ານ​ຫລີ​ວ​ເຜີ​ງ ຫົວໜ້າ​ຄະນະ​ກິລາ​ຈີນ​ທີ່​ເຂົ້າຮ່ວມ​ງານ​ເອຊຽນ​ເກ​ມ​ໂດ​ຮາ ຫົວໜ້າ​ທະບວງ​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,ການຈັດ​ງານ​ເອຊຽນ​ເກ​ມ​ໂດ​ຮາຢ່າງ​ສຳ​ເລັດ​ຜົນບໍ່ພຽງ​ແຕ່​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​​ເຈົ້າພາບກາ​ຕາ​ເທົ່າ​ນັ້ນ,​ແລະ​ກໍ່​ແມ່ນ​ກຽດ​ສັກ​ສີ​ຂອງ​ທົ່ວອາຊີ.

ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ໂດ​ຮາ​ໃນ​ມື້​ດຽວ​ກັນ,ທ່ານ​ຫລີ​ວ​ເຜີ​ງ​ເວົ້າວ່າ,ງານ​ເອຊຽນ​ເກ​ມ​ໂດ​ຮາ​ແມ່ນ​ງານ​ເອຊຽນ​ເກ​ມທີ່​ມີ​ປະ​ເພດ​ກິລາ​ຫລາຍ​ກວ່າ​ໝູ່ ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ແລະ​ມີ​ຄົນ​ເຂົ້າຮ່ວມ​ຫລາຍ​ກວ່າ​ໝູ່ໃນ​ປະຫວັດ​ງານ​ເອຊຽນ​ ເກ​ມ,​ແລະ​ກໍ່​ແມ່ນ​ງານ​ເອຊຽນ​ເກ​ມທີ່​ປະ​ເທດ​ອາ​ລັບ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ.ກາ​ຕາ​ທີ່​ເປັນ​ເຈົ້າພາບ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ແລະ​ຈັດຕັ້ງງານ​ເອຊຽນ​ເກ​ມຄັ້ງນີ້​ຢ່າງ​​ເອົາໃຈ​ໃສ່,​ໄດ້​ສ້າງ​ເງື່ອນ​ໄຂ​ອັນ​ດີງາມ​ໃຫ້​ແກ່​ນັກ​ກິລາຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ຂອງ​ອາຊີ.

ທ່ານ​ຫລີ​ວ​ເຜີ​ງ​ເວົ້າ​ວ່າ,ງານ​ເອຊຽນ​ເກ​ມ​ໂດ​ຮາບໍ່ພຽງ​ແຕ່​ແມ່ນ​ງານ​ມະຫະກຳ​ກິລາ​ຂອງ​ອາຊີ​ເທົ່າ​ນັ້ນ,ຍັງ​ໄດ້​ສະ​ແດງ​ໃຫ້​​ເຫັນ​ວັດທະນະທຳ​ທີ່​ຫລາກ​ຫລາຍ​ຂອງ​ອາຊີ​ອີກ​ດ້ວຍ,​ໄດ້​ຊຸກ​ຍູ້​ສັນຕິພາບ ຄວາມ​ກົມກຽວ​​ແລະ​ມິດຕະພາບ​ຂອງ​ພາກ​ພື້ນ​ອາຊີ,​ໄດ້​ບັນລຸ​ເປົ້າ​ໝາຍ "ງານ​ເອຊຽນ​ເກ​ມທີ່​ລືມ​ຍາກ​ຕະຫລອດ​ຊີວິດ"ທີ່​ງານ​ເອຊຽນ​ເກ​ມຄັ້ງນີ້​ວາງ​ອອກ.

ທ່ານ​ກ່າວ​ວ່າ,ຈີນ​ຈະ​ຮ່ຳຮຽນ​ແລະ​ຖອດ​ຖອນ​ເອົາ​ບົດຮຽນ​​ໂດ​ຮາ,ພະຍາຍາມ​ຈັດ​ງານ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງທີ 6 ຢູ່​ນະຄອນ​ສາງ​ຊຸນ​ໃນ​ເດືອນ​ມັງກອນ​ປີໜ້າ ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008​ແລະ​ງານ​ເອຊຽນ​ເກ​ມກວາງ​ໂຈ​ວປີ 2010​ໃຫ້​ດີ.