ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 21:42:09    
ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ​ຈີນ​ອາ​ເມ​ລິ​ກາ​ຄວນ​ພ້ອມ​ກັນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ລະ​ດັບ​ສູງ​ກວ່າ​ເກົ່າ​ແລະ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ

cri
ຕາມ​ຂ່າວ​CRI,​ວັນ​ທີ​15​ທັນ​ວາ​ນີ້,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ຄວນ​ ພະ​ຍາ​ຍາມ​ພ້ອມ​ກັນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ລະ​ດັບ​ສູງ​ກວ່າ​ເກົ່າ​ແລະ​ຂົງ​ເຂດ​ກວ້າງ​ກວ່າ​ເກົ່າ,​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ​ກວ່າ​ເກົ່າ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ.

ທ່ານ​ຫູ​ຈິນທາວ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​​ແຮນ​ລີ​ໂພ​ຊັນ ຜູ່​ຕາງ​ໜ້າ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ຄະ​ນະ​ຜູ່​ແທນ​ອາ​ເມ​ລິ​ກາ​ທີ່​ມາ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ.​ທ່ານ​ກ່າວ​ວ່າ,​ຈີນ​ອາ​ເມ​ລິ​ກາ​ຄວນ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ພ້ອມ​ກັນ,​ເຮັດ​ໃຫ້​ທ່ວງ​ທ່າ​ດີ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ໜ້າ​ຕໍ່​ໄປ,ພ້ອມ​ກັນ​ນັ້ນ,​ຄວນ​ເຈ​ລະ​ຈາ​ຢ່າງ​ກົງ​ໄປ​ກົງ​ມາ,​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ,​ໃຊ້​ທ່າ​ທີ​ອັນ​ຕັ້ງ​ໜ້າ,​ຊຳ​ລະ​ບັນ​ຫາ​ທີ່​ມີ​ຢູ່​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​​ເທດ.

ເມື່ອກ່າວເຖິງການເຈລະຈາເສດຖະກິດຍຸດທະສາດຈີນອາເມລິກາຄັ້ງທຳອິດ,ທ່ານ
ຫູຈິນທາວກ່າວວ່າ,ການເຈລະຈາຄັ້ງນີ້ບໍ່ພຽງແຕ່ມີຜົນດີຕໍ່ການສືບຕໍ່ຊຸກຍູ້ການຮ່ວມ
ມືດ້ານເສດຖະກິດການຄ້າຈີນອາເມລິກາເທົ່ານັ້ນ,ແລະກໍຈະເກີດມີຜົນສະທ້ອນອັນ ຕັ້ງໜ້າຕໍ່ການພັດທະນາຢ່າງໝັ້ນທ່ຽງຂອງເສດຖະກິດພາກພື້ນກໍຄືຂອງໂລກ.ທ່ານ ຫວັງໃຫ້ສອງຝ່າຍນຳໃຊ້ໂອກາດກົນໄກໃໝ່ດັ່ງກ່າວຢ່າງເຕັມສ່ວນ.ພະຍາຍາມເຮັດ
ໃຫ້ກົນໄກນີ້ນັບມື້ນັບດີຂຶ້ນ.

ທ່ານໂພຊັນກ່າວວ່າ,ຝ່າຍອາເມລິກາຈະສືບຕໍ່ພະຍາຍາເພື່ອການຂະຫຍາຍການພົວ ພັນຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ,ເພີ່ມທະວີການຮ່ວມມືກັບ
ຈີນໃນດ້ານພະລັງງານ,ຄວາມປອດໄພກັບປະສິດທິພາບ,ອະນຸລັກສິ່ງແວດລ້ອມ,ການ
ໄຂຕະຫຼາດ, ການປິ່ນປົວແລະສາທາລະນະສຸກ,ແລະຊຸກຍູ້ຂະບວນການເຈລະຈາຮອບ
ໂດຮາ.